Viburnum odoratissimum Ker Gawl. - CAPRIFOLIACEAE

ຊ່ືພ້ອງ : Viburnum fragans Lois.-Desl.
Thyrsosma chinensis Raf.
Microtinus odoratissimus Oersted

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ລຳຕົ້ນອ່ອນສີອອກແດງ ມີຂົນຮູບດາວ ນ້ອຍໆສີນ້ຳຕານ ອົມສີເຫຼືອງອ່ອນ ແລະ ມີວົງ ຈັບຢູ່ຕາມລຳຕົ້ນ ລະຫວ່າງ ກ້ານໃບ. ໃບ ອອກສີຂຽວເຫຼື້ອມ ດ້ານລຸ່ມ. ດອກມີຂະໜາດນ້ອຍ ສີຂາວ ຈັດເປັນຊໍ່ດອກ ມີດອກດົກໜາ.
ປະເພດພືດ : ເປັນໄມ້ຟຸ່ມ ໃບຂຽວຕະຫຼອດປີ ຫຼື ເປັນໄມ້ຢືນຕົ້ນຂະໜາດນ້ອຍ ສູງເຖິງ 6 ຫຼື 8 ມ. ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ. ເຮືອນຍອດມົນ, ດົກໜາ ແລະ ກິ່ງງ່າແຕກ ກໍແຕ່ລຸ່ມໄປ.
ລຳຕົ້ນ ແລະ ເປືອກ : ໂດຍລວມ ເປືອກລຽບ, ມີຊ່ອງອາກາດ, ມີ ສີນ້ຳຕານ ແກມສີຂີ້ເຖົ່າ, ເປືອກໃນສີນ້ຳຕານ, ເນື້ອໄມ້ ສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ເປັນທໍ່ກົມ, ເມື່ອເວລາຍັງອ່ອນມີຂົນສີນ້ຳຕານ ແກມສີເຫຼືອງ ເລັກນ້ອຍ, ຕໍ່ມາ ກ້ຽງ ບໍ່ມີຂົນ, ມີຊ່ອງອາກາດ, ບາງຄັ້ງ ມີວົງ ຈັບຢູ່ຕາມລຳຕົ້ນ ຢູ່ລະຫວ່າງກ້ານໃບ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບດ່ຽວ, ຈັບພາບ, ໃບ ແຕ່ລະຄູ່ ສະຫລັບຕັ້ງສາກກັນ, ຂະໜາດ 12 - 15 X 4 - 7 ຊມ, ຮູບຂອບຂະໜານ ຫຼື ຮູບໄຂ່ ປີ້ນ, ປາຍໃບມົນ ຫຼື ປາຍຕັດ ຫຼື ປາຍໃບ ສ້ວຍແຫຼມເປັນຕິ່ງເລັກນ້ອຍ, ໂຄນໃບສ້ວຍມຸມເຫວີ, ຂອບໃບເປັນແສກ ແຂ້ວ ເລື່ອຍເລັກນ້ອຍ, ແຜ່ນໃບໜຽວຄ້າຍຄືແຜ່ນໜັງ, ດ້ານເທິງຂອງໃບ ອອກສີຂຽວເຫຼື້ອມ, ດ້ານລຸ່ມຂອງໃບອອກສີຂຽວແກມສີ ນ້ຳເງິນ, ພ້ອມມີຂົນຮູບດາວອ່ອນໆ ສີນ້ຳຕານແກມສີເຫຼືອງຫຸ້ມ, ໃບອ່ອນ ມີສີ ອອກແດງ, ເປັນແສກແຂ້ວເລືອ່ຍເລິກ ແລະ ປາຍໃບສ້ວຍແຫຼມ ຫຼື ສ້ວຍມຸມເຫວີ ບໍ່ຫຼາຍ ປານໃດ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນໜຶ່ງມີ ເສັ້ນດຽວ, ແບບຂົນນົກ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງ ຂັ້ນສາມສະຫຼຽງ ຈັດເປັນຕານ່າງ. ກ້ານໃບ ຮາບພຽງຢູ່ດ້ານເທິງ, ກ້ຽງ ຫຼື ມີຂົນອ່ອນໆ ເລັກນ້ອຍ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ຂະໜາດນ້ອຍ ສີຂາວ, ຈັດກັນເປັນຊໍ່ດອກ ແຕກແໜງຖີ່ໆ, ດອກມີກິ່ນຫອມ, ກ້ານກາງຊໍ່ດອກມີຂົນອ່ອນໆ.
ໝາກ : ແມ່ນໝາກມີແກນ, ຂະໜາດ 1 x1 ຊມ, ຮູບໄຂ່, ເຫຼື້ອທເປັນເງົາ, ມີ ສີແດງ, ເວລາແກ່ ໝາກອອກສີແດງເຂັ້ມ ຫາສີດຳ.
ແກ່ນ : ແກ່ນມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າ ທີ່ຍັງຄົງເຫຼືອ ຕາມແຄມທາງ ບ່ອນທີ່ຄວາມສູງເຖິງ 500 ມ. ລະດູອອກດອກແມ່ນແຕ່ເດືອນ ກຸມພາ ຫາເດືອນ ມີຖຸນາ.

ເຂດແຜ່ກະຈາຍພັນ :

ພົບຢູ່ໃນປະເທດ ຈີນ, ຢີ່ປຸ່ນ, ອິນເດັຍ ແລະ ລາວ (ແຂວງຄຳມວ່ນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໝາກ ແມ່ນສິ່ງທີ່ນົກມັກຫຼາຍ. ມີການປູກພືດຊະນິດນີ້ ຍ້ອນດອກມີກິ່ນຫອມ.

ຕົວຢ່າງທີ່ໄດ້ສຶກສາ :
BT 365 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1922. Vol. 3, Fasc. 1. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
http ://www.nature.jardin.free.fr

Top of the page