Symplocos adenophylla Wall. & G.Don - SYMPLOCACEAE

ຊ່ືພ້ອງ : Symplocos touranensis Guillaum
Symplocos puncto-marginata Chev. ex Guillaum
Symplocos clemensolum Guillaum

ຊ່ືພື້ນເມືອງເປັນພາສາລາວ : ເຫມືອດ Meuad

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ບໍ່ມີທາດແຫຼວລະບາຍອອກ. ໃບ ດ່ຽວ ປາຍເປັນຫາງແຫຼມ, ຂອບໃບມີຕ່ອມ. ບໍ່ມີຫູໃບ. ດອກມີ ເພດຮ່ວມ, ອອກທາງຂ້າງ ຫຼື ອອກຢູ່ບ່ອນເກືອບປາຍ, ມີສີອອກ ຂຽວ. ໝາກເນື້ອມີແກນ ສີອອກແດງຊ້ຳອົມມ່ວງ.
ປະເພດພືດ : ໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ ສູງເຖິງ 8 ແມັດ, ເສັ້ນຜ່ານສູນກາງ ຂອງລຳຕົ້ນປະມານ 15 ຊັງຕີແມັດ.
ລຳຕົ້ນ ແລະ ເປືອກ : ລຳ​ຕົ້ນ​ຊື່, ​ເປັນ​ຮ່ອງ​ຕາມ​ລວງ​ຍາວ. ​ເປືອກ​ລຽບ ມີຊ່ອງອາກາດ, ສີ​ໝົ່ນ; . ເປືອກໃນສີເຫລືອງຈືດ, ມີເສັ້ນໄຍສີຂາວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ເປັນທໍ່ກົມ, ກ້ຽງບໍ່ມີຂົນ, ມີສີນ້ຳຕານແກມສີຂອອກ​ຂຽວ ຫາສີນ້ຳຕານອອກດຳ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບດ່ຽວ, ຈັບສະຫລັບ, ແຜ່ນໃບຮູບຮີ, ຂະຫນາດ 4-15 x 1- 5 ຊມ., ປາຍໃບ ແຫລມ ເປັນຫາງ, ກົກໃບຮຽວແຫຼມ, ຂອບໃບລຽບ, ມີຕ່ອມໄສໆ, ໃບອ່ອນມີສີອອກນ້ຳຕານ, ​ແຜ່ນ​ໃບ ມີຂົນປົກຄຸມ ຕໍ່ມາກ້ຽງ ບໍ່ມີຂົນ. ກ່າງກາງ ຮາບ ພຽງ ຢູ່ດ້ານເທິງ, ກ່າງຂັ້ນສອງສະຫຼຽງມຸມ​ເຫວີ ໃຫ້ກ່າງກາງ, 2-4 ຄູ່, ແຜ່ລາມເຖິງຂອບ​ໃບ. ກ່າງຂັ້ນສາມ ຈັດ​ເປັນຕາ​ໜ່າງ. ກ້ານໃບເປັນທໍ່ກົມ, ຍາວປະມານ 5-10 ມມ., ມີຕ່ອມ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ຊໍ່ດອກແຕກແຫນງ ອອກ​ທາງ​ຂ້າງ ຫລື ​ເກືອບປາຍໆຍອດ, ຍາວ ປະມານ 6 ຊມ. ມີຂົນປົກຄຸມ, ກ້ານດອກສັ້ນ ປະມານ 3 ມມ. ໃບ ຊ້ອນຊໍ່ດອກ ແລະ ໃບຊ້ອນດອກຍ່ອຍ ຄົງຕົວຕະລອດ. ດອກ​ສີຂຽວ.
ໝາກ : ໝາກ​ເນື້ອມີແກນ ຮູບກົມ ຫາ ຮູບທໍ່ກົມ, ຂະຫນາດ 8-10 x 3-5 ຊມ, ຜິວກ້ຽງ ບໍ່ມີຂົນ, ໝາກອ່ອນສີຂຽວ ໝາກແກ່ສີແດງແກມສີມ່ວງ, ມີ 1 ຫ້ອງ.
ແກ່ນ : ແກ່ນ ມີເມັດດຽວ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າເຄິ່ງດົງດິບ ແລະ ປ່າຊຸ່ມຊື່ນ ລະດັບຄວາມສູງແຕ່ 400 - 600 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ມ່ຽນມ້າ, ຈີນ, ແຫຼມມາເລເຊັຍ, ໄທ, ຫວຽດນາມ, ລາວ,

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ໃນການປູກສ້າງ ແລະເຮັດຟືນ

ຕົວຢ່າງທີ່ໄດ້ສຶກສາ :
BT 450 and BT 461 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore du Cambodge, du Laos et du Viêtnam 1960-2003. Vol. 16. Muséum national d'histoire naturelle, Paris, France.

Top of the page