Ormosia laosensis C. Niyomdham - PAPILIONACEAE

ຊ່ືພື້ນເມືອງເປັນພາສາລາວ : ກົກຂີ້ຫມູ Kok khi mou

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ຜັດປ່ຽນໃບ ຫຼື ໃບຂຽວຕະຫລອດປີ ຂະໜາດໃຫຍ່, ເປືອກມີຊ່ອງອາກາດ ຫາ ປັນເກັດແຕກເຫີບ. ທາດແຫຼວທີ່ລະ ບາຍອອກສີນ້ຳຕານແກມສີແດງ. ດອກມີເພດຮ່ວມ, ຮູບດອກ ໝາກຖົ່ວ. ດອກສີຂາວ, ວົງກາບດອກມີຂົນ. ໝາກເປັນຝັກໜາ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບ ຫຼື ໃບຂຽວຕະຫລອດປີ, ສູງ 8 ແມັດ, ເສັ້ນຜ່າກາງ ຂອງລຳຕົ້ນປະມານ 15 ຊັງຕີແມັດ. ກິ່ງງ່າຕັ້ງຊັນຂຶ້ນ ຫລື ແຕກອອກ ຕາມລວງນອນທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນມີ ຊ່ອງອາກາດ. ເປືອກນອກແຕກເຫີບເປັນເກັດໆ, ສີນ້ຳຕານເຂັ້ມ ຫຼື ສີແດງແກມສີອອກນ້ຳຕານ ເກືອບດຳ ຫ, ເປືອກໃນໜາປະມານ 1 ຊມ. ມີນ້ຳຕານແກມອອກແດງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າມີຂົນປົກຄຸມ ເມື່ອແຫ້ງ ກິ່ງງ່າມີສີອອກນ້ຳຕານ, ມີ ຊ່ອງອາກາດ.
ທາດແຫຼວທີ່ລະບາຍອອກ : ນ້ຳຢາງ ມີສີ ນ້ຳຕານ ແກມສີອອກແດງ.
ໃບ : ໃບປະສົມແບບຂົນນົກປາຍຄີກ, ຈັບສະຫລັບ, ອອກເປັນຈຸ້ມຢູ່ກິ່ງ, ໃບຍ່ອຍຈັບພາບກັນ, ມີຈຳນວນ 9 ໃບ, ໃບຮູບຂອບຂະໜານ ແກມຮູບຮີ, ຂະຫນາດ 4-6 x 1-3 ຊມ., ປາຍໃບສ້ວຍແຫລມ ເຖິງສ້ວຍແຫລມເປັນຕິ່ງ, ກົກໃບສ້ວຍແຫຼມ, ຂອບໃບລຽບ, ໃບອ່ອນສີນ້ຳຕານແກມສີອອກແດງ, ແຜ່ນໃບແຂງຄ້າຍແຜ່ນໜັງ, ກ້ຽງ ບໍ່ມີຂົນ ຢູ່ດ້ານເທິງ, ມີຂົນຢູ່ດ້ານລຸ່ມໃບ. ກ່າງໃບຂັ້ນສອງ ປະມານ 6 ຄູ່, ກ່າງຂັ້ນສາມຈັດເປັນຕາໜ່າງ. ກ້ານໃບມີຂົນ, ຍາວປະມານ 2-4 ຊມ., ໄຄ່ຢູ່ທີ່ໂຄນ ແລະ ກ້ານໃບຍ່ອຍຍາວເຖິງ 3 ມມ. .
ຊໍ່ດອກ / ດອກ : ຊໍ່ດອກມີກ້ານ, ເກີດຢູ່ ປາຍຍອດ, ມີຂົນຫນານຸ້ມ, ຊໍ່ດອກ ຍາວ ປະມານ 20-25 ຊມ. ດອກສີຂາວ ຈັດໂຮມກັນຢູ່ປາຍຊໍ່, ກ້ານດອກ ຍ່ອຍຍາວປະມານ 3-4 ມມ, ກາບດອກປົກຄຸມດ້ວຍຂົນຫນານຸ້ມ ສີນ້ຳຕານໄຫມ້
ໝາກ : ໝາກເປັນຝັກ ເປືອກໜາ, ເປັນທໍ່ກົມ, ຮູບຮີຫາຮູບໄຂ່ ຂະຫນາດ 2-3 x 1-2 ຊມ, ຜິວກ້ຽງ, ສີແດງ ຕໍ່ມາ ກາຍເປັນສີນ້ຳຕານໄໝ້, ໝາກແຫ້ງແຕກ ຕາມທຳ ມະຊາດເປັນ 2 ປ່ຽງ.
ແກ່ນ : ແກ່ນ ມີ 1 ຫາ 2 ເມັດ, ສີແດງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບ ຫຼື ປ່າໂຄກຊຸດໂຊມ ລະດັບຄວາມສູງ ແຕ່ 200 - 600 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ຫວຽດນາມ ແລະ ລາວ

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ໃນການປູກສ້າງ ແລະເຮັດຟືນ, ບາງຄັ້ງໃຊ້ເປັນພືດປະດັບ ຍ້ອນດອກໃຫຍ່ ແລະ ສວຍງາມ.

ຕົວຢ່າງທີ່ໄດ້ສຶກສາ :
BT 510 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore du Cambodge, du Laos et du Viêtnam 1960-2003. Vol. 23. Muséum national d'histoire naturelle, Paris, France.

Top of the page