Mastixia pentandra Bl. - CORNACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ກິ່ງງ່ານ້ອຍກ້ຽງ ບໍ່ມີຂົນ. ທາດແຫຼວທີ່ລະບາຍອອກເປັນທາດນ້ຳມັນ. ໃບດ່ຽວ, ປົ່ງສະຫລັບ, ກ້ຽງ ບໍ່ມີຂົນ, ຂອບໃບລຽບ. ບໍ່ມີ ຫູໃບ. ດອກ ມີເພດຮ່ວມ. ໝາກເນື້ອມີແກນ.
ປະເພດພືດ : ໄມ້ຢືນຕົ້ນສູງເຖິງ 20ມ.
ລຳຕົ້ນ ແລະ ເປືອກ : ເປືອກສີນ້ຳຕານ ມີຊ່ອງອາກາດ.
ງ່າ ແລະ ກິ່ງນ້ອຍ : ງ່າເປັນທໍ່ກົມ ຫລື ເປັນລ່ຽມ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກເປັນທາດນ້ຳມັນ.
ໃບ : ໃບດ່ຽວ, ປົ່ງສະຫລັບ, ຈັບແບບກ້ຽວວຽນ, ຂະໜາດ 6.5-16 x 2-10 ຊມ., ຮູບສ້ວຍ, ປາຍໃບສ້ວຍແຫລມເປັນຕິ່ງ, ກົກໃບສ້ວຍແຫລມ ຫາຮຽວແຫລມ ຫລື ສ້ວຍມຸມເຫວີ, ກ້ຽງ ບໍ່ມີຂົນ, ຂອບໃບລຽບ. ກ່າງກາງເປັນຮ່ອງຕາມລວງຍາວຢູ່ດ້ານເທິງຂອງແຜ່ນ; ເສັ້ນກ່າງໃບຂັ້ນສອງ ມີ 4-6 ຄູ່, ໂຄ້ງກົ່ງເທື່ອລະນ້ອຍ, ກ່າງ ຂັ້ນສາມຈັດເປັນຕາໜ່າງ ເຫັນບໍ່ແຈ້ງປານໃດ. ກ້ານໃບເປັນຮ່ອງ, ກ້ຽງ ບໍ່ມີຂົນ. ບໍ່ມີ ຫູໃບ.
ຊໍ່ດອກ / ດອກ : ຊໍ່ດອກແຕກແໜງ ອອກຢູ່ປາຍ. ດອກຣມີຮ່ວມເພດ.
ໝາກ : ໝາກເນື້ອມີແກນ, ຮູບຂອບຂະໜານຈ້ວຍ.
ແກ່ນ : ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໜ້ອຍໃນປ່າດົງດິບ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ມ່ຽນມ້າ(ພະມ້າ), ພາກໃຕ້ຈີນ, ຕາເວັນອອກສ່ຽງເໜືອຂອງອິນເດັຍ, ອິນໂດຈີນ, ໄທ, ລາວ.

ຕົວຢ່າງທີ່ໄດ້ສຶກສາ :
BT 535 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
K.M. Matthew. 2005. Cornaceae in Flora Malesiana 8: 95.
Blume. 1826. In Bijdr. 654 pp.

Top of the page