Lagerstroemia macrocarpa Wall. ex Kurz - LYTHRACEAE

ຊ່ືພ້ອງ : Lagerstroemia hossei Koehne
Lagerstroemia intermedia Koehne var. oblonga Craib

ຊ່ືພື້ນເມືອງເປັນພາສາລາວ : ກາກະເລົາ Kakalao

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ລຳຕົ້ນເປັນທໍ່ກົມ ປຸ້ງຢູ່ໂຄນ, ເປືອກແຕກເຫີບເປັນເກັດໆ. ໃບດ່ຽວ, ຈັບພາບ, ແຜ່ນໃບ ບໍ່ມີຕ່ອມ. ບໍ່ມີຫູໃບ. ດອກຂະໜາດໃຫຍ່, ສີແດງຊ້ຳອົມສີມ່ວງ. ໝາກເປັນໝາກແຫ້ງໄຂໄດ້ແບບແຄບຊູນ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບ ສູງເຖິງ 15 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ຫລື ເນີ້ງ, ມັກຈະເປັນປຸ້ງ ຢູ່ໂຄນ, ເປືອກສີຂີ້ເຖົ່າຈືດໆ ຫຼື ສີນ້ຳຕານ, ມີເກັດເປັນແຜ່ນບາງໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າຮູບສີ່ລ່ຽມ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບພາບກັນ, ກ້ຽງ ບໍ່ມີຂົນ, ໃບຮູບສ້ວຍ, ປາຍສ້ວຍມຸມເຫວີ ຫລື ແຫຼມເປັນຕ່ິງ, ຖານໃບຮຽວແຫ6ມ, ຂອບໃບລຽບ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງໃບ ຂັ້ນສອງ ສະຫຼຽງມຸມເຫວີ ໃຫ້ກ່າງກາງ, ກ່າງຂັ້ນສາມກ່າງຂັ້ນສາມ ສະຫຼຽງ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ສີບົວແກມສີມ່ວງ, ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ປາຍຍອດ, ດອກມີເພດຮ່ວມ, ກ້ານດອກ ຍາວກ່ວາ 0.5 ຊມ.
ໝາກ : ແມ່ນໝາກແຫ້ງໄຂໄດ້ແບບແຄບຊູນ, ຍາວເຖິງ 4 ຊມ, ມີ ແຂ້ວກ້ວາງ 5 - 6 , ແຕກອອກເປັນ 5-6 ສ່ວນເມື່ອສຸກແລ້ວ.
ແກ່ນ : ແກ່ນມີ ຫລາຍເມັດ, ມີປີກ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບແບບກະແຈກ ກະຈາຍ ໃນປ່າພືດຕະກຸນໄມ້ຍາງ ແລະ ປ່າໂຄກ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ມ່ຽນມ້າ ແລະ ລາວ (ແຂວງ ຈຳປາສັກ, ຄຳມ່ວນ ແລະ ຫລວງພະບາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ບາງຄັ້ງ ໃຊ້ເປັນໄມ້ປະດັບ.

ຕົວຢ່າງທີ່ໄດ້ສຶກສາ :
BT 91, BT 724, LAO 758, LAO 917 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page