Irvingia malayana Oliv. ex Bennett. - SIMAROUBACEAE

ຊ່ືພ້ອງ : Irvingia oliveri Pierre

ຊ່ືພື້ນເມືອງເປັນພາສາລາວ : ໄມ້ບົກ Mai bok

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫຼອດປີ ຫຼື ຜັດປ່ຽນໃບ,ເປືອກກ້ຽງ ຫຼື ມີຮອຍ ແຕກ. ໃບດ່ຽວຈັບສະຫຼັບ, ຮູບສ້ວຍ, ກ້ຽງບໍ່ມີຂົນ. ຫູໃບໃຫຍ່, ເປັນກາບ ແລະ ປະຮອຍອ້ອມຮອບກິ່ງ. ດອກສີຂາວ ແກມສີອອກຂຽວ, ມີເພດຮ່ວມ. ໝາກເປັນໝາກເນື້ອມີແກນ, ໃຫຍ່, ສີຂຽວ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ຫຼື ຜັດປ່ຽນໃບສ່ວນໃດສ່ວນໜ່ຶງ ສູງເຖິງ 40 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ມີປີກຮາກ, ເປືອກສີນ້ຳຕານແກມສີຂີ້ເຖ່ົາ, ເປືອກກ້ຽງ ຫລື ມີຮອຍແຕກເວລາຕົ້ນແກ່ແລ້ວ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ແຜ່ນໃບ ກ້ຽງ ບໍ່ມີຂົນ, ຮູບຮີ, ປາຍໃບມົນ, ຖານໃບ ມົນ, ຂອບໃບລຽບ. ກ່າງກາງຮາບພຽງ ຢູ່ດ້ານເທິງ, ກ່າງໃບ ຂັ້ນສອງ ສະຫຼຽງ ໃຫ້ກ່າງກາງ, ຂະໜານ ກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ຫູໃບ ໃຫຍ່, ເມ່ືອລົ່ນອອກ ປະຮອຍອ້ອມຮອບໄວ້.
ຊໍ່ດອກ / ດອກ : ດອກສີຂາວຫາສີຄີມ, ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກ ຢູ່ຂ້າງກິ່ງ, ດອກອອກກ່ອນໃບອ່ອນ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກເນື້ອມີແກນ, ຍາວເຖິງ 6 ຊມ, ຄ້າຍຄື ໝາກມ່ວງນ້ອຍ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົວ່ໄປ ໃນປ່າປ່ຽນໃບ ຊຸ່ມ ແລະ ປ່າດົງດິບ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ມ່ຽນມ້າ, ກຳພູຊາ, ອິນເດັຍ (ພາກຕາວັນອອກສ່ຽງເໜືອ), ອິນໂດເນເຊັຍ (ຊູມາຕຼາ, ຊາວາ, ໂບນຽວ), ໄທ, ຫວຽດນາມ ​ແລະ ລາວ (ແຂວງ ບໍລິຄຳໄຊ, ຄຳມ່ວນ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຣັດຟືນ,ເມັດ ກິນໄດ້, ນ້ຳມັນໃຊ້ເຮັດສະບູ ແລະ ທຽນໄຂ.

ຕົວຢ່າງທີ່ໄດ້ສຶກສາ :
BT 138, BT 185, BT 203, BT 594, BT 638, LAO 1363 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page