Ficus altissima Bl. - MORACEAE

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນໄຮສົ້ມ Ton Haisom, ຕົ້ນໄຮແດງ Ton Haideng

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ແມ່ນພືດກຸ່ມຕົ້ນເດື່ອຂະໜາດໃຫຍ່ທີ່ເກີດແຜ່ຫຼາຍຢູ່ຕາມປ່າດົງດິບ, ລຳຕົ້ນມີປີກ, ເປືອກລຽບ. ທາດແຫຼວທີ່ລະບາຍອອກເປັນສີຂາວ. ໃບດ່ຽວຈັບສະຫຼັບ. ຫູໃບຢູ່ໃນກາບດ້ານໃນຂອງກ້ານໃບ, ເປັນກາບຫຸ້ມ. ໝາກເປັນເດື່ອ.
ປະເພດພືດ : ີຕົ້ນທີ່ເກີດຢູ່ໃນປ່າດົງດິບ ”ແບບຮັດ”ຊຶ່ງ ປົກກະຕິ ຢູ່ເອກກະລາດ, ສູງເຖິງ 30 ແມັດ. ປາຍຍອດແຜ່ກາງອອກ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນມີພຶງຮາກ, ເປືອກລຽບ, ສີເທົ່າ, ມີຕູດນ້ອຍ, ສີ ນ້ຳຕານຈືດ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າອ່ອນມີຂົນເລັກນ້ອຍ, ເປັນຮູບທໍ່ກົມ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກເປັນສີຂາວ, ໜຽວ.
ໃບ : ໃບດ່ຽວ, ຈັບສະຫຼັບ, ຂະໜາດ 5-10 x 1-4 ຊມ, ຮູບສ້ວຍ ເຖິງ ຮູບໄຂ່, ຂະໜາດ 10-22 x 6-12 ຊມ, ກ້ຽງ ບໍ່ມີຂົນ, ປາຍໃບສ້ວຍແຫຼມ, ກົກໃບຮຽວແຫຼມ ເຖິງ ມົນ ຂອບໃບລຽບ. ກ່າງກາງໃບຮາບພຽງ. ກ່າງຂັ້ນໜື່ງເປັນກ່າງດ່ຽວ, ກ່າງຂັ້ນສອງມີ 6-10, ສະຫຼ່ຽງມຸມເຫວີ, ເກືອບວ່າໂຄ້ງຈອດຢູ່ໃກ້ຂອບໃບ, ກ່າງຂັ້ນສາມສະຫຼຽງ. ກ້ານໃບ ຍາວ 2-5 ມມ, ຮູບທໍ່ກົມ, ກ້ຽງ ບໍ່ມີຂົນ. ຫູໃບຢູ່ໃນສອກຂອງກ້ານໃບ, ມີຂົນອ່ອນຫ່າງໆ, ລົ່ນໄວ, ເປັນກາບຫຸ້ມ, ມີຮ່ອງຮອຍເປັນຮູບວົງແຫວນ.
ຊໍ່ດອກ / ດອກ : ຊໍ່ດອກ ຂອງພວກຕົ້ນເດື່ອ, ອອກທາງດ້ານຂ້າງກິ່ງ, ອອກດ່ຽວ ຫຼື ອອກເປັນຄູ່, ເສັ້ນຜ່າໃຈກາງ 1-2.5 ຊມ, ບໍໍ່ມີກ້ານດອກ, ດອກມີແຍກເພດ.
ໝາກ : ໝາກສຸກສົ້ມອົມສີອອກແດງ.
ແກ່ນ : ມີເມັດຈຳນວນຫລາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ມີຢູ່ທົ່ວໄປ ແລະ ປ່າດົງດິບ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ມ້ຽນມາ, ທິດໃຕ້ຂອງປະເທດຈີນ, ອິນເດັຍ, (ອັນດາມັນ), ມາເລເຊຍ ເຖິງ ເຊແເລເບິ ແລະ ຟິລີບປິນ, ໄທ, ອິນໂດຈີນ ແລະ ປະເທດລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນຕົ້ນໄມ້ທີ່ໃຫ້ບ່ອນອາໄສແກ່ຄັ່ງ.

ຕົວຢ່າງທີ່ໄດ້ສຶກສາ :
BT 580 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Berg, C.C. & E.J.H. Corner. 2005. Moraceae in Flora Malesiana 17/2: 625.
Blume. 1825. In Bijdr. 444 pp.

Top of the page