Anisoptera costata Korth. - DIPTEROCARPACEAE

ຊ່ືພ້ອງ : Anisoptera oblongaDyer
Shorea nervosa Kurz
Anisoptera cochinchinensis Pierre
Anisoptera robusta Pierre
Anisoptera marginatoides Heim
Anisoptera glabra

ຊ່ືພື້ນເມືອງເປັນພາສາລາວ : ໄມ້ບາກ Mai bark

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ລຳຕົ້ນເປັນທໍ່ກົມ, ເປືອກມີຮອຍແຕກ ເລິກ, ແຕກເຫີບເປັນໂຄ້ງໆ. ມີທາດນ້ຳມັນໄຫຼອອກ. ໃບມີຂົນ ຮູບດາວຢ່າງດົກໜາ. ຫູໃບບໍ່ຕິດກັນ, ມີຂົນອ່ອນໆດົກໜາ. ດອກອອກສີບົວ, ກີບດອກບິດ. ໝາກເປັນໝາກແຫ້ງເປືອກແຂງ ໄຂບໍ່ໄດ້, ມີປີກໝາກນ້ອຍ 3 ປີກ, ປີກໃຫຍ່ 2 ປີກ.
ປະເພດພືດ : ໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ ສູງ ເຖິງ 40 ແມັດ. .
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊ່ື, ຍາວ ແລະ ປຸ້ງຢູ່ສ່ວນລຸ່ມ. ເປືອກຂອງຕົ້ນອ່ອນກ້ຽງ ເມ່ືອແກ່ເປືອກປັນເກັດໆ, ມີຮອຍແຕກເລິກ, ເປືອກມີສີນ້ຳຕານຊ້ຳ, ເປືອກໃນມີລັກສະນະເປັນເມັດໆ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງນ້ອຍ ມີລັກສະນະຫຶກ, ເປັນທໍ່ກົມ, ງ່າຢູ່ເປັນຈຸ້ມແໜ້ນໜາ, ມີຂົນຮູບດາວຍາວຫຸ້ມດົກໜາ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກ ມີສານນ້ຳມັນ.
ໃບ : ໃບດ່ຽວ ຈັບສະລັບ, ຂະໜາດ 7-15 x 4-7.5 ຊມ, ຮູບໄຂ່ປີ້ນ, ປາຍໃບສ້ວຍມຸມເຫວີ, ໂຄນໃບ ມົນ, ແຄມໃບລຽບ, ທ້້ອງໃບ ແລະ ກ້ານໃບ ມີຂົນຮູບດາວສີເຫຼືອງ ຫຸ້ມດົກໜາ. ກ່າງກາງ ເປັນຮ່ອງຕາມລວງຍາວ ຢູ່ດ້ານເທິງຂອງໃບ ສ່ວນຢູ່ດ້ານລຸ່ມ ມັນດູນຂຶ້ນສູງ, ກ່າງຂັ້ນສອງສະຫຼຽງ ໃຫ້ກ່າງກາງ, ຂະໜານກັນຫ່າງໆ, ມີຫູໃບຊ່ຶງມີຂົນຫຸ້ມດົກໜາ, ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກ ຈັດເປັນຊໍ່ແຕກແໜງ ຈັບຢູ່ປາຍ ຫຼື ອອກຢູ່ຂ້າງກ່ິງ, ຊໍ່ດອກ ຢ່ອນລົງ ມີຂົນຮູບດາວຢາຍຢູ່ທົ່ວໆ, ດອກອອກສີໄຂ່ ແກມສີຂາວ ຫາ ສີບົວ. ກ້ານດອກຍາວຫຼຸດ 0.5 ຊມ.
ໝາກ : ໝາກເປັນໝາກແຫ້ງເປືອກແຂງ ໄຂບໍ່ໄດ້ , ເສັ້ນຜ່າກາງ 1-1.5 ຊມ, ມີ ຮູບກົມ, ປາຍແຫຼມເປັນຕິ່ງ ແລະ ຂົນສັ້ນໆ, ປີກໝາກປີກໃຫຍ່ ສອງປີກ ແລະ ປີກນ້ອຍ ສາມປີກ, ປີກໃຫຍ່ມີກ່າງຕົ້ນຕໍ ສາມກ່າງ.
ແກ່ນ : ມີແກ່ນ ຈຳນວນ 6 ເມັດ ຫຼື ຫຼາຍກວ່າ 6 ເມັດອີກ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າດົງດິບ ຫຼື ປ່າໂຄກ ແລະ ປ່າຊຸດໂຊມ ບ່ອນທີ່ສູງເຖິງ 500 ແມັດ. ຕົ້ນນີ້ຂະຫຍາຍຕົວດີ ຕາມແຄມເຊ ຫຼື ຕາມແຄມຫວ້ຍ. ລະດູອອກດອກ ແຕ່ ເດືອນເມຖຸນາ ເຖິງເດືອນກຸມພາ; ລະດູອອກໝາກ ແຕ່ເດືອນມີນາເຖິງເດືອນເມສາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ່ຽນມ້າ, ກຳພູຊາ, ເກາະບອກນ່ຽວ, ຊາວາ, ແຫຼມມາເລເຊັຍ, ໄທ, ຫ ວຽດນາມ, , ເກາະຊາວາ, ຟີລິບປິນ, ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເນື້ອໄມ້ມີສີຂາວ ຫຼື ສີເຫຼືອງອ່ອນໆ, ບໍ່ມີຄວາມແຕກຕ່າງລະຫວ່າງມອກໄມ້ ແລະ ແກນໄມ້ເລີຍ. ເປັນໄມ້ທີ່ມີຄຸນນະພາບສູງ, ເພິ່ນນຳໃຊ້ເຂົ້າໃນການກໍ່ສ້າງ ຫຼາຍປະເພດ.

ຕົວຢ່າງທີ່ໄດ້ສຶກສາ :
BT 23 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore du Cambodge, du Laos et du Viêtnam. 1960-2003. Vol. 25. Muséum national d'histoire naturelle, Paris, France.
Dipterocarps of Vietnam. 2005. Forest Science Institute of Vietnam. Agricultural Publishing House, Hanoi, Vietnam.
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
B. Svengsuksa & J.E. Vidal. 1997. Les Dipterocarpacées du Laos. Université du Laos, Vientiane, Laos.
Simon Gardner & al. 2000. A field guide to Forest trees of Northern Thailand. Kobfai Publishing Project, Thailand.
Rachun Pooma & Mark Newman. 2001. Checklist of Dipterocarpaceae in Thailand, Thai Forest Bulletin, no 29. The Forest Herbarium, Royal Forest Department, Bangkok, Thailand.
Hoang Van Sam, K. Nanthavong & P.J.A. Keβler. 2004. Trees of Laos and Vietnam: A field guide to 100 economically or ecologically important species. Blumea no 49.

Top of the page