Wrightia pubescens Brown - APOCYNACEAE

ຊ່ືພ້ອງ : Wrightia javanica A.DC.
Wrightia annamensis Eberh. & Dubard
Wrightia tomentosa Roem. & Schult. var. cochinchinensis Pierre ex Pit.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນມູກ Ton Moork

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ນ້ຳຢາງສີຂາວ ,ໃບຈັບພາບ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ, ສູງເຖິງ 15 ແມດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີນ້ຳຕານ, ມີເກັດ ແລະ ມີຮອຍແຕກເລັກນ້ອຍ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວລະບາຍມີສີຂາວ.
ໃບ : ໃບດ່ຽວ, ຈັບພາບ, ໃບຮູບສ້ວຍ, ປາຍໃບ ແລະ ກົກໃບ ສ້ວຍແຫຼມ, ຂອບໃບລຽບ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍສຸດ, ດອກມີສອງເພດ, ກ້ານດອກຍ່ອຍຍາວ 0.5 ຊ.ມ.
ໝາກ : ໝາກຍາວເຖິງ 35 ຊມ, ເວລາແກ່ ໝາກແຕກອອກເປັນ 2 ປ່ຽງ.
ແກ່ນ : ມີແກ່ນ ຫຼາຍເມັດ, ຢູ່ສົ້ນໜ່ຶງ ມີຂົນເປັນກະຈຸກຍາວ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຫົ່ວໄປ ໂດຍສະເພາະໃນປ່າໂຄກ ປ່ຽນໃບຕາມລະ ດູການ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ຈີນ (ພາກໃຕ້), ເອເຊັຍຕະເວັນອອກສ່ຽງໃຕ້ ເຖິງ ອົດສະຕາລີ (ພາກຕາວັນອອກສ່ຽງເໜືອ), ລາວ (ແຂວງບໍລິຄຳໄຊ, ຈຳປາສັກ, ຄຳມ່ວນ, ສາລະວັນ ແລະ ວຽງຈັນ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດເຟີນິເຈີ ແລະ ເຄ່ືອງດົນຕຼີ. ນ້ຳຢາງ ໃຊ້ປົວອາການທ້ອງບິດ, ຮາກ ແລະເປືອກໃຊ້ຮົມ

ຕົວຢ່າງທີ່ໄດ້ສຶກສາ :
BT 1104, LAO 461, LAO 811 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.

Top of the page