English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ປະເພດພືດ : | ໄມ້ຢືນຕົ້ນ ໃບຂຽວຕະຫຼອດປີ ສູງເຖິງ 10 ແມັດ, ເສັ້ນຜ່າກາງຂອງລຳຕົ້ນປະມານ 20 ຊັງຕີແມັດ. ເຮືອນຍອດ ມົນ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນ ແຕກເຫີບ ລະອຽດຫາລຽບ, ມີຊ່ອງອາກາດ ຈຳນວນຫລາຍ, ເປືອກນອກສີນ້ຳຕານແກມແສີອອກດງ, ເປືອກໃນສີນ້ຳຕານຈາງ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າປົກຄຸມດ້ວຍຂົນສີນ້ຳຕານ ແລະ ມີຊ່ອງອາກາດ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ |
ໃບ : | ໃບປະສົມແບບຂົນນົກປາຍຄີກ, ຮຽງສະຫລັບ, ແກນກາງຂອງໃບຍາວປະມານ 7 ຊມ., ກ້ານໃບຍາວປະມານ 5 ຊມ., ກ້ານໃຍຍ່ອຍຢູ່ທາງຂ້າງສັ້ນກວ່າໃບຍ່ອຍຢູ່ປາຍ, ມີ 1 ຫລື 3 ໃບຍ່ອຍ, ໃບຍ່ອຍຈັບພາບ, ຮູບຂອບຂະໜານຫາຮູບໃບຫອກ, ຮູບຮີ ຂະຫນາດ 2-5 x 1-2 ຊມ. ມີແຜ່ນໃບ ພຽງໃບດຽວ ຫລືແຜ່ນປາຍຢູ່ປາຍ ມີຂະຫນາດ 10-15 x 4-6 ຊມ. ແຜ່ນໃບສະມ່ຳສະເມີ, ດ້ານຫລັງໃບສີຂຽວເຂັ້ມ ແລະກ້ຽງ ດ້ານທ້ອງໃບສີຂຽວຈາງ ແລະ ມີຂົນປົກຄຸມ, ຂອບໃບລຽບ, ປາຍໃບແຫລມ ເຖິງຮຽວແຫລມ, ກົກໃບ ແຫລມ ກ່າງຂັ້ນສອງຂະຫນານກັນ, ປະມານ 6-12 ຄູ່, ກ້ານໃບຍ່ອຍເກືອຍບໍ່ມີ ຫລື ສັ້ນຫລາຍ, ບໍ່ມີຫູໃບ. |
ຊໍ່ດອກ / ດອກ : | ຊໍ່ດອກສັ້ນກວ່າໃບ, ເປັນຊໍ່ດອກແຕກຂະແຫນງ ອອກຢູ່ດ້ານຂ້າງ, ປົກຄຸມດ້ວຍຂົນ ແລະ ມີຕ່ອມເປັນຈຸດໆ ມີສີອອກເຫລືອງ. ດອກມີເພດຮ່ວມ, ສີຄີມ, ເສັ້ນຜ່າກາງປະມານ 4-5 ມມ. ສີຂຽວຈາງ, ບໍ່ມີກ້ານ. |
ໝາກ : | ຫມາກເນື້ອ ມີຫຼາຍເມັດ, ຮູບກົມ, ເສັ້ນຜ່າກາງປະມານ 1 ຊມ, ມີສີເຫລືອງ ມີຂົນປົກຄຸມ. |
ແກ່ນ : | ມີເມັດດຽວ ຫຸ້ມຫໍ່ດ້ວຍນວນສີນ້ຳຕານ ແກມສີແດງ. |