Vernicia montana Lour. - EUPHORBIACEAE

ຊ່ືພ້ອງ : Dryandra vernicia Corr. Müllo.
Elaeococca vernicia (Corr. Müllo) Spreng.
Elaeococca montana (Lour.) Oken
Aleurites vernicia (Corr. Müllo) Hassk.
Aleurites montana (Lour.) Wilson.

ຊ່ືພື້ນເມືອງເປັນພາສາລາວ : ໝາກເຍົາປ່າ Mak gnao pa; ໝາກເຍົາລ່ຽມ Mak gnao liem

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ຜັດປ່ຽນໃບ ຫຼື ໃບຂຽວຕະຫຼອດປີ, ເປືອກລຽບ, ມີຊ່ອງອາກາດ, ສີອອກດຳ. ນ້ຳຢາງສີຂາວ ຂຸ້ນ. ໃບດ່ຽວສີຂຽວແກມສີນ້ຳເງິນຢູ່ດ້ານລຸ່ມ. ກ້ານໃບຍາວ, ມີສີອອກ ແດງ ຢູ່ປາຍ ມີຕ່ອມສອງຕ່ອມຈັບຫ້ອຍຢູ່ປາຍ. ດອກສີເຫຼືອງຈືດ, ມີເພດແຍກພາຍໃນຕົ້ນດຽວ. ໝາກເປັນໝາກແຫ້ງໄຂໄດ້ ແບບ ແຄບຊູນ.
ປະເພດພືດ : ໄມ້ຢືນຕົ້ນຜັດປ່ຽນໃບ ຫຼື ໃບຂຽວຕະຫຼອດປີ ຂະໜາດນ້ອຍ ສູງເຖິງ 15 ແມັດ, ເສັ້ນຜ່າກາງລຳຕົ້ນເຖິງ 25 ຊມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກລຽບ, ມີຊ່ອງອາກາດ ແລະ ມີຕູດ, ລຳຕົ້ນສີດຳ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ກ້ຽງ ບໍ່ມີຂົນ, ມີຊ່ອງອາກາດ, ສີອອກແດງ, ເມື່ອແຫ້ງມີສີອອກດຳ.
ທາດແຫຼວທີ່ລະບາຍອອກ : ບໍ່ໄດ້ສັງເກດ.
ໃບ : ໃບດ່ຽວ, ຈັບສະຫຼັບ ແລະ ກ້ຽວວຽນ, ຂະໜາດ 9-16 x 8.5-14.5 ຊມ, ຮູບໄຂ່, ແຜ່ນໃບມີ 3 ແສກ, ປາຍສ້ວຍແຫຼມ ແລະ ໂຄນໃບມົນ, ຂອບໃບລຽບ, ແຜ່ນໃບຄ້າຍຄືແຜ່ນເຈັ້ຍ, ກ້ຽງ ບໍ່ມີຂົນ, ມີຕ່ອມສອງຕ່ອມຮູບຈອກຈັບຫ້ອຍຢູ່ຈຸດ ທີ່ກ້ານໃບຈັບໃສ່ແຜ່ນໃບ, ດ້ານລຸ່ມເປັນສີຂຽວແກມນ້ຳເງິນ, ໃບອ່ອນເປັນສີແດງຈືດໆແກມສີອອກຂຽວ, ກ່າງໃບເປັນສີຂຽວອ່ອນ. ກ່າງກາງດູນຂຶ້ນຢູ່ດ້ານເທິງ, ມີກ່າງ 5 ເສັ້ນອອກທີ່ໂຄນ, ກ່າງຈັບແບບຝາມື, ກ່າງຂັ້ນສອງເປັນແບບຂົນນົກ ແລະ ສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ ແລະ ຢູ່ແຄມໃບບໍ່ຈອດກັນ, ກ່າງຂັ້ນສາມສະຫຼຽງ. ກ້ານໃບ ຍາວ 6.5-7.5 ຊມ, ກ້ຽງ ບໍ່ມີຂົນ, ຢູ່ຕີນ ແລະ ດ້ານເທິງຂອງກ້ານໃບ ມີສີອອກແດງ. ຫູໃບຫຼົ່ນໄວ ປະຮອຍຈັບໄວ້ຕາມກ່ິງ .
ຊໍ່ດອກ / ດອກ : ດອກສີຂາວ, ມີເວີງສີນ້ຳຕານແກມສີອອກແດງຢູ່ໃຈກາງດອກ, ມີກິນຫອມຫຼາຍ, ດອກຈັດເປັນຊໍ່ແຕກແໜງໂດຍມີຊໍ່ຍ່ອຍ ເປັນຊໍ່ດອກ ແບບກະຈຸກ. ດອກເພດແມ່ນ້ອຍກວ່າດອກເພດຜູ້. ກ້ານດອກຍາວ ກວ່າ 0.5 ຊມ.
ໝາກ : ໝາກແຫ້ງແຕກເອງໄດ້ແບບແຄບຊູນ, ລຽບ, ກ້ຽງ ບໍ່ມີຂົນ, ຮູບເກືອບກົມ, ຂະໜາດ 3 x 4 ຊມ, ມີຮ່ອງ ແລະ ສັນຕາມລວງຍາວ.
ແກ່ນ : ແກ່ນມີ 3 ຫາ 5 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າທີ່ຖືກລົບກວນ ແລະ ຕາມແຄມປ່າດົງດິບ ຫຼື ຢູ່ຕາມສ່ວນທີ່ເຫຼືອຈາກປ່າ ຕາມແຄມເສັ້ນທາງ ໃນດິນມີຊາຍ ແລະ ແຫ້ງ, ມີ ຄວາມສູງ ຮອດ 1200 ແມັດ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ໄທ, ຫວຽດນາມ ແລະ ລາວ (ແຂວງບໍລິຄຳໄຊ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນ້ຳມັນທີ່ໄດ້ຈາກແກ່ນ ໃຊ້ທາເຄືອບ.

ຕົວຢ່າງທີ່ໄດ້ສຶກສາ :
BT 380, BT 392 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Peter C. Van Welzen & Kongkanda Chayamarit. 2007. Flora of Thailand, Vol. 8, part 2.The Forest Herbarium, Royal Forest Department, Bangkok, Thailand.

Top of the page