Vernonia arborea Buch.-Ham. - COMPOSITAE

ຊ່ືພ້ອງ : Vernonia javanica DC
Vernonia wallichii Ridley

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນຕະກວມ Ton Ta kouam

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ເປືອກລຽບ. ດອກປະກອບຈາກ ດອກຍ່ອຍຈຳນວນຫຼາຍ ຈັດເປັນຫົວດອກ ອອກສີຂາວ ແກມສີອອກແດງຊ້ຳອົມມ່ວງ . ແກ່ນມີປຸ້ມຂົນ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ສູງ ເຖິງ 15 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ບາງຄັ້ງ ລຳຕົ້ນບິດ, ເປືອກມີສີນ້ຳຕານ ແລະ ລຽບ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ໃບຮູບສ້ວຍ, ປາຍສ້ວຍແຫຼມຫາ ຮູບສ້ວຍ ມຸມເຫວີ, ກົກໃບສ້ວຍແຫຼມ, ຂອບໃບລຽບ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງ ຂັ້ນສອງສະຫຼຽງມຸມເຫວີ ໃຫ້ກ່າງກາງ, ຂະ ໜານກັນຫ່າງໆ, ກ່າງຂັ້ນສາມ ຈັດເປັນຕາໜ່າງ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍສຸດ ຫຼື ອອກທາງຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວ 3 ມ.ມ.
ໝາກ : ໝາກແຫ້ງແກ່ນດ່ຽວ ຍາວເຖິງ 0.3 ຊມ, ມີຂົນ ຢູ່ປາຍໝາກ (ປຸ້ມຂົນ, ພຶງຂົນ), ບໍ່ສາມາດໄຂໄດ້ ເວລາແກ່.
ແກ່ນ : ມີ ແກ່ນ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົວ່ໄປ ໂດຍສະເພາະ ໃນເຂດເຊ່ືອມຕໍ່ ລະຫວ່າງ ປ່າ ແລະ ຕາມແລວຂອງເສັ້ນທາງ ທີ່ຢູ່ລະດັບຄວາມສູງເຖິງ 800 ແມັດ .

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ຈີນ (ພາກໃຕ້), ອິນເດັຍ, ອິນໂດເນເຊັຍ , ມາເລເຊັຍ, ຟີລິບປິນ, ນິວກີເນັຍ ໄທ, ຫວຽດນາມ ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໃບນຳມາຕົ້ມແຊ່ ເພື່ອຮັກສາບາດແຜ.

ຕົວຢ່າງທີ່ໄດ້ສຶກສາ :
BT 710, LAO 418 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page