Terminalia corticosa Pierre ex Lanessan. - COMBRETACEAE

ຊ່ືພ້ອງ : Terminalia mucronata Craib et Hutch.
Terminalia thorelii Gagnep.

ຊ່ືພື້ນເມືອງເປັນພາສາລາວ : ໄມ້ເປືອຍເລືອດ Mai Puay luat, ໄມ້ເປືອຍນ້ຳ Mai Puay nam

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ຜັດປ່ຽນໃບ, ເປັນທໍ່ກົມປຸ້ງທີ່ໂຄນ, ປີກຮາກຕ່ຳ, ເປືອກ ເປັນດ່າງໆ ແລະ ແຕກເຫີບເປັນແຜານໆ. ບໍ່ມີທາດແຫຼວລະ ບາຍອອກ. ໃບດ່ຽວ ປາຍເປັນຫາງແຫຼມ, ຂອບໃບມີຕ່ອມ. ບໍ່ມີ ຫູໃບ. ລຳຕົ້ນຕັ້ງຊື່, ເປັນເວີງໆ ແລະ ແຕກເປັນແຜ່ນບາງໆ. ກິ່ງງ່າມີຂົນດົກໜາ. ຊໍ່ດອກອອກທາງຂ້າງ, ດອກສີອອກຂາວ, ຈັດເປັນຮວງຢ່ອນລົງ. ແກ່ນມີປີກອ້ອມຮອບ.
ປະເພດພືດ : ໄມ້ຢືນຕົ້ນໃບຫຼົ່ນຕາມລະດູການ ຂະໜາດໃຫຍ່, ສູງເຖິງ 40 ແມັດ ມີເຮືອນຍອດ ແຄບ ແລະ ຫ່າງ. ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ, ງ່າແຈກຢາຍ ຢູ່ເຄິ່ງຕົ້ນສ່ວນເທິງ .
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່, ຕີນລຳຕົ້ນເປັນປຸ້ງເລັກນ້ອຍ ແລະ ມີປີກຮາກສັ້ນໆ. ເປືອກມີເວີງໆ ແລະ ແຕກອອກເປັນແຜ່ນບາງ, ມີຮອຍຈັບຂອງໃບ ອອກສີນ້ຳຕານອ່ອນ ແລະ ເປັນຮູບມົນ ຢູ້ຕາມລຳຕົ້ນ, ເປືອກໃນເປັນສີນ້ຳອ່ອນ ຫາສີນ້ຳຕານແກມສີອອກດຳ. ເນື້ອໄມ້ສີຄີມ ແລະ ເປັນຊັ້ນບາງໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ເປັນຮູບທໍ່ກົມ, ງ່າອ່ອນມີຂົນສີນ້ຳຕານແກມສີເຫຼືອງຍາວປົກຫຸ້ມດົກໜາ, ງ່າແກ່ກ້ຽງ ບໍ່ມີຂົນ, ກິ່ງງ່າມີຮອຍແຕກ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບດ່ຽວ, ຈັບພາບ ຫຼື ເກືອບພາບ, ຈັບສະລັບພາຍໃນແຜ່ນພຽງດຽວ, ຂະໜາດ 7-15 x 6-10 ຊມ, ຮູບສ້ວຍ, ຮູບໄຂ່ ຫຼື ຮູບຂອບຂະໜານ, ປາຍໃບສ້ວຍມຸມເຫວີ, ບາງຄັ້ງປາຍວ້ຳ ຫຼື ມົນເລັກນ້ອຍ ມີຕິ່ງແຫຼມສັ້ນໆ, ໂຄນໃບສ້ວຍມຸມເຫວີ ຫາ ມົນ, ຂອບໃບລຽບ, ໃບອ່ອນມີ ຂົນສີນ້ຳຕານປົກຢ່າງດົກໜາ ຢ່າງໜ້ອຍຢູ່ ຕາມ ກ່າງກາງໃນທັງສອງດ້ານ, ແຜ່ນໃບຄ້າຍ ຄືໜັງ, ໃບແກ່ກ້ຽງ ບໍ່ມີຂົນ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງຂັ້ນໜຶ່ງເປັນກ່າງດ່ຽວ, ແບບຂົນນົກ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ກ້ານໃບ ມີຂົນອ່ອນໆ, ເມື່ອຍັງອ່ອນມີຂົນຍາວສີນ້ຳຕານອົມສີເຫຼືອງປົກ ຢ່າງ ດົກໜາ, ມີຕ່ອມສອງຕ່ອມຢູ່ປາຍ ຫຼື ຢູ່ເຄິ່ງດ້ານເທິງຂອງກ້ານໃບ. ຫູໃບນ້ອຍ, ຫຼົ່ນໄວ.
ຊໍ່ດອກ / ດອກ : ຊໍ່ດອກ ຈັບຢູ່ຂ້າງກິ່ງ, ດອກສີເຫຼືອງ, ຈັດເປັນຊໍ່ແບບຊໍ່ດອກບໍ່ມີກ້ານ ມີດອກໜາແໜ້ນ, ກ້ານກາງຊໍ່ດອກມີຂົນຍາວສີນ້ຳຕານແກມສີແດງ. ກ້ານດອກສັ້ນກວ່າ 0.5 ຊມ.
ໝາກ : ໝາກແຫ້ງແກ່ນດ່ຽວປອມ ບໍ່ມີກ້ານ,ຂະໜາດ 3 - 5 x 2.5 - 4 ຊມ,ສີນ້ຳຕານແກມສີເຫຼືອງຈືດໆ, ອ້ອມຮອບ ດ້ວຍປີກຮູບເຄິ່ງວົງມົນ ສອງປີກ, ປີກທັງສອງຈອດກັນ ຢູ່ທີ່ປາຍສຸດຂອງໝາກ ຫຼື ສົ້ນສຸດເປັນຮູບອັກສອນໂຕ V . ທັງໝົດປົກຫຸ້ມດ້ວຍຂົນອ່ອນສີນ້ຳຕານເຂັ້ມ. ກ້ານພົ້ວ ໝາກ ມີ ມີຂົນອ່ອນຍາວສີນ້ຳຕາ
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຢູ່ຕາມປ່າເຄິ່ງດົງດິບ ແລະ ປ່າພືດຕະກຸນໄມ້ຍາງໃນບ່ອນທີ່ຊຸ່ມ, ບ່ອນທີ່ມີຄາມສູງເຖິງ 700 ແມັດ. ລະດູອອກດອກ ແມ່ນເດືອນກຸມພາ ເຖິງ ເດືອນພຶດສະພາ, ອອກໝາກເດືອນສິງຫາ ເຖິງ ເດືອນກັນຍາ.

ເຂດແຜ່ກະຈາຍພັນ :

ມີຢູ່ໃນປະເທດກຳພູຊາ, ໄທ (ພາກເໜືອ), ຫວຽດນາມ (ພາກໃຕ້), ແລະ ລາວ ( ແຂວງອັດຕະປື, ຈຳປາສັກ, ຄຳມ່ວນ ແລະ ສະຫວັນນະເຂດ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ ເນື້ອແຂງ ຖືກນຳໄປໃຊ້ໃນການກໍ່ສ້າງທົວ່ໄປ ແລະ ໃຊ້ເຮັດເສົາ, ເປືອກນຳໃຊ້ເປັນຢາພີ້ນເມືອງ ແລະ ໃຊ້ເປັນສີຍ້ອມແຫ.

ຕົວຢ່າງທີ່ໄດ້ສຶກສາ :
BT 172 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
O. Lecomte. 1969. Combretaceae. Flore du Cambodge, Laos et Vietnam, No 10. Museum National d’Histoire Naturelle.
Queen Srikit Botanical Garden. 1980. Botanical Garden organism, Thailand.
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
V. Lamxay & S. Sisengmek. 2001. Some medicinal plants used in Salavanh province (in Lao). Forestry Research Center. National Agriculture and Forestry Research Center.

Top of the page