Syzygium syzygioides (Miq.) Merr. & L.M.Perry - MYRTACEAE

ຊ່ືພື້ນຖານ : Jambosa syzyioides Miq.

ຊ່ືພ້ອງ : Calyptranthus caryophylifolia Blume
Syzygium nelitricarpium Teijsm. & Binnend.
Syzygium syzygioides (Miq.) Amsh.
Eugenia syzygioides (Miq.) M.R.Hend.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນ ຫວ້າຢ່ອງ TonVa yong

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບອ່ອນສີຄຼີມແກມສີອອກແດງ, ກິ່ງງ່າສີອອກແດງ ແລະ ແຕກເປັນແຜ່ນບາງໆ, ກ້ານຂອງຊໍ່ດອກແປເຂົ້າທາງດ້ານຂ້າງ, ໝາກຍັງມີຖ້ວຍກາບດອກ ສີອອກແດງຫຼົງເຫຼືອຢູ່.
ປະເພດພືດ : ໄມ້ຢືນຕົ້ນສູງເຖິງ 30 ແມັດ, ງ່າຕັ້ງຊັນຂຶ້ນທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ປຸ້ງເລັກນ້ອຍຢູ່ສ່ວນໂຄນ ຫຼື ມີປີກຮາກສັ້ນ. ເປືອກລຽບ ຫາ ມີຮອຍແຕກ ຫຼື ແຕກເປັນແຜ່ນບາງ, ເປືອກສີນ້ຳຕານອົມສີອອກແດງ ຫຼື ສີນ້ຳຕານແກມສີຂີ້ເຖົ່າ, ເປືອກໃນສີອອກບົວ ຫາສີແດງອົມມວ່ງ. ເນື້ອໄມ້ສີນ້ຳຕານອົມເຫຼືອງ ຫາສີຄີມ.
ງ່າ ແລະ ກິ່ງນ້ອຍ : ກິ່ງ ງ່າເປັນຮູບທໍ່ກົມ, ມີເກັດ ແລະ ແຕກເປັນແຜ່ນບາງໆ, ກ້ຽງ ບໍ່ມີຂົນ, ກິ່ງ ງ່າອ່ອນສີອອກແດງ, ເມື່ອແກ່ແລ້ວ ເປັນສີນ້ຳຕານອ່ອນ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບດ່ຽວ, ຈັບພາບ, ໃບແຕ່ລະຄູ່ຈັບສະຫຼັບຕັ້ງສາກ, ຂະໜາດ 4.5-8.7 ຊມ x 2-3.8 ຊມ, ຮູບໃບຫອກ, ຮູບໃບຫອກແກມຮູບຂອບຂະໜານ ຫຼື ຮູບສ້ວຍ ແກມຮູບໄຂ່, ປາຍໃບສ້ວຍແຫຼມເປັນຕິ່ງ ຫຼື ປາຍຍາວເປັນຫາງເລັກນ້ອຍ, ໂຄນໃບ ສ້ວຍມຸມເຫວີ, ຂອບໃບລຽບ, ແຜ່ນໃບຄ້າຍຄືແຜ່ນໜັງ, ທັງສອງດ້ານຂອງໃບກ້ຽງ ບໍ່ມີຂົນ, ໃບອ່ອນສີຄີມແກມສີອອກແດງ, ມີຂົນອ່ອນ ຫ່າງໆ. ກ່າງກາງເປັນຮ່ອງຕາມລວງຍາວ ຢູ່ດ້ານເທິງ, ກ່າງຂັ້ນໜຶ່ງເປັນ ກ່າງດ່ຽວ, ແບບຂົນນົກ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຖີ່ໆ, ກ່າງຂັ້ນ ສາມແບ່ງແບບເປີດເຂົ້າເບື້ອງໃນ, ມີເສັ້ນກ່າງລຽບຂອບໃບຄູ່. ກ້ານໃບເປັນຮ່ອງ ຕາມລວງຍາວ ແລະ ກ້ຽງ ບໍ່ມີຂົນ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກສີຂາວ, ບໍ່ມີກ້ານ, ອອກເປັນກຸ່ມໆ ອອກຢູ່ຂ້າງກິ່ງ ແລະ ປາຍຍອດ. ດອກ ມີຂອບຂອງຖ້ວຍກາບດອກສີແດງເດັ່ນ, ກ້ານ ຊໍ່ດອກ ແປເຂົ້າທາງຂ້າງ ແດ່.
ໝາກ : ໝາກເນື້ອມີເມັດ, ຮູບກົມ ຫຼື ຮູບກົມແປເຂົ້າ ທາງດ້ານ ເທິງ, ຂະໜາດ 0.7-0.8 x 0.8-12 ຊມ, ເປືອກລຽບ, ມີຂອບຂອງຖ້ວຍກາບດອກເດັ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຢູ່ໃນປ່າດົງດິບ, ປ່າປະສົມ ແລະ ປ່າຂັ້ນສອງໃກ້ແຄມນ້ຳ ໃນເຂດຕຳ່ບ່ອນທີຄວາມສູງແຕ່ 500 ແມັດ ຂຶ້ນໄປ. ລະດູອອກດອກໃນເດືອນກຸມພາ.

ເຂດແຜ່ກະຈາຍພັນ :

ພົບຢູ່ໃນ ປະເທດມ່ຽນມ້າ, ກຳພູຊາ, ອິນເດັຍ (ອັດສຳ, ອັນດາມັນ), ມາເລເຊັຍ, ໄທ (ພາກຕາວັນອອກສ່ຽງເໜືອ, ຕາວັນອອກ, ຕາວັນຕົກສ່ຽງໃຕ້ ແລະ ແຫຼມຂອງປະເທດໄທ), ຫວຽດນາມ ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ມີການນຳໃຊ້ໄມ້ຖ່ອນ.

ຕົວຢ່າງທີ່ໄດ້ສຶກສາ :
BT 867 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flora of Java. 1963. Spermatophytes. Vol. 1. The Netherlands.
Tree Flora of Malaya. 1978. A manual for Foresters, Vol. 3. Forest Department, West Malaysia. Multiprint Services.
Chantaranothai P. and Parnell J. 1994. A revision of Acmena, Cleistocalyx, Eugenia s.s and Syzygium (Myrtaceae) in Thailand. Thai Forest Bulletin (Botany) 21: 1-123.
John Parnell & Pranom Chantaranothai. 2002. Flora of Thailand. Vol. 7, part 4.The Forest Herbarium, Royal Forest Department, Bangkok, Thailand.

Top of the page