Syzygium cumini (L.) Skeels - MYRTACEAE

ຊ່ືພື້ນຖານ : Myrtus cumini L.

ຊ່ືພ້ອງ : Eugenia cumini ( L. ) Druce
Eugenia jambolana Lam.

ຊ່ືພື້ນເມືອງເປັນພາສາລາວ : ໝາກຈຽງປ່າ Mak chieng pa

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບຈັບພາບ ມີຈຸດໆ ໄສໆ, ບໍ່ມີຫູໃບ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະຫລອດປີ, ສູງເຖິງ 35 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີຂຽວແກມສີອອກຂາວ ແລະ ກ້ຽງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ງ່າອ່ອນເປັນລ່ຽມ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບພາບ, ມີຮູບໄຂ່ ຫາ ຮູບຮີ, ປາຍໃບແຫຼມເປັນຕິ່ງສັ້ນໆ, ກົກໃບ ສ້ວຍແຫຼມ ຫຼື ມົນ ແລະ ມີເສັ້ນກ່າງລຽບແຄມໃບ ເຫັນຈະແຈ້ງ, ຂອບໃບລຽບ, ແຜ່ນໃບມີຈຸດໆໃສໆ. ກ່າງຂັ້ນໜິ່ງເປັນກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງ ໃຫ້ກ່າງກາງ, ກ່າງຂັ້ນ ສາມແບ່ງແບບເປີດເຂົ້າເບື້ອງໃນ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍດອກ ຈັດລຽງຕາມຊໍ່ດອກ ອອກຢູ່ປາຍສຸດ ຫຼື ອອກທາງຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວ 3 ມ.ມ.
ໝາກ : ໝາກເນື້ອມີເມັດ, ຍາວເຖິງ 1 ຊມ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ຕາມປ່າທຸກປະເພດ ແລະ ຍັງພົບເປັນພືດປູກອີກ.

ເຂດແຜ່ກະຈາຍພັນ :

ເກີດຢູ່​ແຕ່ ອິນ​ເດັຍ ຕະຫຼອດ​ມົ້ດ​ເອ​ເຊັຍ​ຕະ​ເວັນ​ອອກ​ສ່ຽງ​ໃຕ້, ​ແຕ່ ມາເລເຊັຍ ຮອດອົດສະຕາລີ, ລາວ (ແຂວງອັດຕະປື, ບໍລິຄຳໄຊ, ຈຳປາສັກ ແລະ ຄຳມ່ວນ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໝາກສຸກກິນໄດ້, ມີຂາຍໃນຕະຫຼາດຊົນນະບົດ, ໝາກໃຊ້ເປັນຢາປົວອາການໂຣກຖອກທ້ອງ. ເອົາເປືອກ, ໄມ້ ແລະ ໃບ ຕົ້ມໃຊ້ເປັນຢາປົວອາການເບົາຫວານ.

ຕົວຢ່າງທີ່ໄດ້ສຶກສາ :
BT 69, BT 376 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.

Top of the page