Syzygium claviflorum (Roxb.) Wall. ex A.M. Cowan & Cowan - MYRTACEAE

ຊ່ືພື້ນຖານ : Eugenia claviflora Roxb.

ຊ່ືພ້ອງ : Eugenia leptantha Wight
Acmena leptantha (Wight) Walp.
Acmenosperma claviflorum (Roxb.) Kausel.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນຫວ້າຫີນ Ton Va hin

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ​ໃບ​ຂຽວ​ຕະຫຼອດ​ປີ, ລຳ​ຕົ້ນ​ປຸ້ງ​ເລັກ​ນ້ອຍ, ​ເປືອ​ກ​ແຕກ​ເຫີບ. ໃບມີຕ່ອມໄສໆ ແລະ ມີເສັ້ນກ່າງລຽບຂອບໃບດ່ຽວ. ດອກ​ມີ​ເພດ​ຮ່ວມ, ຖ້ວຍ​ກາບ​ດອກ​ເປັນ​ຮູບ​ຈວຍ​ແຄບ. ໝາກ​ເປັນ​ໝາກ​ເນື້ອ​ມີ​ເມັດ, ​ໃຫຍ່, ຖ້ວຍກາບດອກທົນ​ນານ​ຢູ່​ກັບ​ໝາກ.
ປະເພດພືດ : ໄມ້ຢືນຕົ້ນ ​ໃບ​ຂຽວ​ຕະຫຼອດ​ປີ, ສູງເຖິງ 30 ແມັດ. ກິ່ງງ່າຕັ້ງຊັນຂຶ້ນທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກມີຮອຍແຕກເລັກນ້ອຍ, ມີເກັດໆຕາມລວງຍາວ, ສີນ້ຳຕານແກມສີຂີ້ເຖົ່າ ຫຼື ສີນ້ຳຕານແກມສີຄີມ, ເປືອກໃນສີນ້ຳຕານ ອ່ອນ, ເນື້ອໄມ້ສີຄີມ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າຮູບທໍ່ກົມ, ແປເຂົ້າເລັກນ້ອຍ, ມີແຕກ​ເຫີບເລັກນ້ອຍ, ກ້ຽງ ບໍ່ມີຂົນ, ສີເຖົ່າອົມສີຂາວ ຫຼື ສີນ້ຳຕານ ອົມສີຂີ້ເຖົ່າ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບດ່ຽວ, ຈັບພາບ ແລະ ໃບແຕ່ຄູ່ຈັບສະຫຼັບຕັ້ງສາກກັນ, ຂະໜາດ 5.4-17.8 x 2-7.5 ຊມ, ຮູບ​ໄຂ່ ຫຼື ຮູບສ້ວຍແຄບ, ປາຍໃບສ້ວຍແຫຼມ ຫຼື ​ແຫຼມ​ເປັນ​ຕິ່ງ, ໂຄນຮຽວ​ແຫຼມ, ຂອບໃບລຽບ, ແຜ່ນໃບຄ້າຍຄືໜັງ, ທັງສອງດ້ານຂອງໃບກ້ຽງ ບໍ່ມີຂົນ, ມີຕ່ອມນ້ອຍໆ ຈຳນວນຫຼາຍຝັງຢູ່ຕາມແຜ່ນໃບດ້ານເທິງ. ກ່າງກາງເປັນຮ່ອງຕາມລວງຍາວຢູ່ດ້ານເທິງ, ກ່າງຂັ້ນໜິ່ງເປັນກ່າງດ່ຽວ, ແບບຂົນນົກ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຖີ່ໆ, ກ່າງຂັ້ນ ສາມແບ່ງແບບເປີດເຂົ້າເບື້ອງໃນ, ມີເສັ້ນກ່າງລຽບຂອບ​ເປັນ​ເສັ້ນ​ຄູ່, ຫ່າງຈາກຂອບໃບ 1 ມມ. ກ້ານໃບເປັນຮອ່ງຕາມລວງຍາວ ແລະ ກ້ຽງ ບໍ່ມີຂົນ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກສີເຫຼືອງແກມສີຂາວ, ບໍ່ມີກ້ານ, ດອກເປັນຊໍ່ແບບຊໍ່ກະຈຸກມີກ້ານຊໍ່ດອກສັ້ນ, ຖ້ວຍກາບດອກເປັນຮູບຈວຍ.
ໝາກ : ໝາກເນື້ອມີ​ເມັດ, ລຽບ, ກ້ຽງບໍ່ມີຂົນ, ສີອອກຂຽວ ມີ ປາຍສີອອກແດງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນແຄມນ້ຳ ໃນປ່າດົງດິບຊື້ນ, ໃນປ່າໂຄກຊຸດໂຊມ ບ່ອນທີ່ມີດິນຊາຍຂາວ ມີໂງ່ນຫີນໃຫຍ່ ຄວາມສູງເຖິງ 1300 ແມັດ. ລະດູອອກດອກ: ເດືອນພະຈິກ ເຖິງ ເດືອນມີນາ, ອອກໝາກ ເດືອນພຶດສະພາ ເຖິງ ເດືອນກັນຍາ.

ເຂດແຜ່ກະຈາຍພັນ :

ເກີດໃນປະເທດອົດສະຕາລີ, ບັງກະລາເທດ (ແມ່ແບບ), ມ່ຽນມ້າ, ຈີນ (ຢູນນານ), ອິນເດັຍ, ອິນໂດເນເຊັຍ, ມາເລເຊັຍ, ໄທ (ພາກເໜືອ, ພາກຕາວັນອອກສ່ຽງເໜືອ, ພາກໃຕ້ ພາກຕາເວັນອອກສ່ຽງໃຕ້, ແຫຼມຂອງປະເທດໄທ), ປາປົວ ນິວກີເນັຍ, ຫວຽດນາມ ແລະ ລາວ (ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ມີການນຳໃຊ້ໄມ້ຖ່ອນ.

ຕົວຢ່າງທີ່ໄດ້ສຶກສາ :
BT 51, BT 282, BT 423, BT 1027 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Chantaranothai P. and Parnell J. 1994. A revision of Acmena, Cleistocalyx, Eugenia s.s and Syzygium (Myrtaceae) in Thailand. Thai Forest Bulletin (Botany) 21: 1-123.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
John Parnell & Pranom Chantaranothai. 2002. Myrtaceae. Flora of Thailand, Vol. 7, part 4. The Forest Herbarium, Royal Forest Department, Bangkok, Thailand.
Jic Chen & Lyn A. Craven. 2007. Flora of China. Vol. 13. Missouri Botanical Garden Press (St.Louis).

Top of the page