Streblus taxoides (B. Heyne ex Roth) Kurz - MORACEAE

ຊ່ືພື້ນເມືອງເປັນພາສາລາວ : ໜາມຂີ້ແຮດ Nam khihet

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ ຂະໜາດນ້ອຍ ກິ່ງງ່າມີໝາມ, ກິ່ງງ່າ ນ້ອຍກ້ຽງ ບໍ່ມີຂົນ. ທາດແຫຼວທີ່ລະບາຍອອກ ສີຂາວ. ໃບດ່ຽວ, ປົ່ງສະຫລັບ ພາຍໃນແຜ່ນພຽງດຽວ, ຂອບໃບເປັນແຂ້ວເລື່ອຍ ໂດຍສະເພາະໃກ້ກັບປາຍ. ບໍ່ມີ ຫູໃບ. ດອກມີເພດແຍກພາຍໃນຕົ້ນດຽວກັນ. ໝາກເນື້ອມີແກນ.
ປະເພດພືດ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ ຂະໜາດນ້ອຍ ແຕກກິ່ງງ່າຫຼາຍເຮັດໃຫ້ມີຊົງຂອງຕົ້ນຟຸ່ມ, ສູງເຖິງ 8ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ສີຂີ້ເຖົ່າແກ່ ມັກມີກິ່ງງ່າສັ້ນມີໝາມ, ງ່າ ມີໝາມອອກທາງດ້ານຂ້າງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ເປັນທໍ່ກົມ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກ ມີສີຂາວ.
ໃບ : ໃບດ່ຽວ, ປົ່ງສະຫລັບ ພາຍໃນແຜ່ນພຽງດຽວ, ຂະໜາດ 5-10x1-4 ຊມ., ຮູບສ້ວຍ ຫາຮູບໄຂ່, ຮູບໄຂ່ປີ້ນ ມີໜ້ອຍ, ກ້ຽງ ບໍ່ມີຂົນ, ປາຍໃບສ້ວຍແຫລມ ຫາແຫລມເປັນຕິ່ງ, ກົກໃບສ້ວຍແຫລມ ຫາມົນ, ຂອບໃບເປັນແຂ້ວເລື່ອຍ ໂດຍສະເພາະໃກ້ກັບປາຍ ຂອບໃບເປັນແຂ້ວໂດຍສະເພາະໃກ້ກັບປາຍໃບ . ເສັ້ນກ່າງກາງຮາບພຽງ. ເສັ້ນກ່າງໃບຂັ້ນໜຶ່ງ ເປັນເສັ້ນດ່ຽວ, ເສັ້ນກ່າງຂ້າງ ມີ 5-7, ສະຫຼຽງໃຫ້ກ່າງກາງ, ໂຄ້ງຈອດກັນ, ເສັ້ນກ່າງຂັ້ນສາມຈັດເປັນຕາໜ່າງ. ກ້ານໃບ ຍາວ 2 ມມ., ເປັນທໍ່ກົມ, ກ້ຽງ ບໍ່ມີຂົນ. ບໍ່ມີ ຫູໃບ.
ຊໍ່ດອກ / ດອກ : ດອກມີເພດແຍກຢູ່ພາຍໃນຕົ້ນດຽວກັນ, ດອກຜູ້ 1- 4, ອອກທາງຂ້າງ, ເປັນຫົວດອກ, ດອກແມ່ສ່ວນຫລາຍອອກດ່ຽວ, ຂະໜາດນ້ອຍ ແລະ ມີສີອອກຂຽວ.
ໝາກ : ໝາກເນື້ອມີແກນ, ຮູບຈ້ວຍຂອບຂະໜານ.
ແກ່ນ : ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ມີໜ້ອຍໃນປ່າດົງດິບ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ມ່ຽນມ້າ(ພະມ້າ), ອິນເດັຍ (ເກາະອັນດາມັນ), ອິນໂດຈີນ, ໄທ, ລາວ.

ຕົວຢ່າງທີ່ໄດ້ສຶກສາ :
BT 155, BT 1037, BT 1043. (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Berg, C.C., E.J.H. Corner & F.M. Jarrett. 2006. Moraceae in Flora Malesiana 17/1: 59.
Kurz. 1877. In Forest Fl. Burma 2, 465 pp.

Top of the page