Spondias pinnata (L.f.) Kurz - ANACARDIACEAE

ຊ່ືພື້ນຖານ : Mangifera pinnata L.f.

ຊ່ືພ້ອງ : Spondias dulcis Forst.
Spondias mangifera Willd.

ຊ່ືພື້ນເມືອງເປັນພາສາລາວ : ໝາກກອກ Mak kork

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ຜັດປ່ຽນໃບ, ເປືອກລຽບ. ນ້ຳຢາງສີຂາວ ປ່ຽນເປັນສີດຳ ຢ່າງໄວ. ໃບປະສົມ, ໂຄນຂອງໃບຍ່ອຍບໍ່ສະເໝີກັນ. ຊໍ່ດອກອອກ ທາງຂ້າງ, ດອກສີຂາວຫາສີຄີມ ມີຫຼາຍເພດ. ໝາກເນື້ອມີແກນ ໃຫຍ່.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ, ສູງເຖິງ 20 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີຂີ້ເຖົ່າຈືດໆ, ບຽບ ແລະ ມີຕູດມົນໆຈຳນວນໜ່ຶງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວລະບາຍ ປ່ຽນ​ເປັນ​ສີດຳ​ໄວ.
ໃບ : ໃບປະກອບ, ແບບຂົນນົກ,ປາຍ​ຄີກ, ຈັບສະຫລັບ ແລະ ກ້ຽວວຽນ, ບິ້ງໃບ ຮູບຮີ, ປາຍແຫຼມເປັນຕິ່ງ, ກົກໃບສ້ວຍແຫຼມ, ສ່ວນຫຼາຍມັກບ້ຽວ, ເສັ້ນ ກ່າງລຽບແຄມໃບ ເຫັນຈະແຈ້ງ, ຂອບໃບລຽບ. ກ່າງກາງ ຮາບ ພຽງ ຢູ່ດ້ານເທິງ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກສີຂາວຫາ​ສີ​ຄີມ, ມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ເທິງ ປາຍງ່າມ, ດອກມີສອງເພດ ແລະ ດອກເພດດຽວ, ຢູ່ຕົ້ນດຽວກັນ, ກ້ານດອກຍ່ອຍຍາວ 3 ມ.ມ.
ໝາກ : ໝາກ​ເນື້ອ​ມີ​ແກນ, ມີຂະໜາດເສັ້ນຜ່າກາງຍາວເຖິງ 4.5 ຊມ, ເວລາແກ່ ໝາກບໍ່ສາມາດແຕກອອກໄດ້, ມີແກ່ນ 1 ເມັດ ແຂງຄືກ້ອນຫີນ.
ແກ່ນ : ມີແກ່ນ 5 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຫຼາຍ ໃນປ່າປ່າທຸກປະເພດ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ກຳພູຊາ, ຈີນ (ຢູ່ພາກໃຕ້, ໄຮໜານ), ອິນເດັຍ (ເຂດອັດສຳ, ອັນດາມັນ), ອິນໂດເນເຊັຍ, ​ແຕ່ມາເລເຊັຍ​ເຖິງ ໂຊໂລມອນ, ໄທ, ຫວຽດນາມ ແລະ ລາວ (ແຂວງຄຳມ່ວນ ແລະ ຫຼວງພະບາງ ) .

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດເຟີນີເຈີຕົບແຕ່ງພາຍໃນ. ເປືອກໃຊ້ປົວອາການເຈັບກະເພາະອາຫານ, ແກ້ທ້ອງບິດ, ປົວອາການປະດົງທົ່ວໄປ ແລະ ປະດົງຂໍ້. ດອກ, ໝາກ ແລະ ໃບອ່ອນສາມາດກິນໄດ້

ຕົວຢ່າງທີ່ໄດ້ສຶກສາ :
BT 565 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page