Shorea henryana Pierre - DIPTEROCARPACEAE

ຊ່ືພ້ອງ : Shorea cambodiana Pierre
Shorea sericeiflora C. Fisher & Hutch
Shorea longestipulata Tardieu

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ລຳຕົ້ນຊື່, ໃບສີຂຽວແກມສີນ້ຳເງິນຢູ່ດ້ານລຸ່ມ, ຫູໃບເປັນຮູບກ່ຽວ ແລະ ມີຂົນອ່ອນ. ໝາກມີຕິ່ງແຫຼມຢູ່ສ່ວນປາຍສຸດ, ມີປີກໃຫ່ຍ ສາມປີກ ແລະ ປີກນ້ອຍ ສອງປີກ ພ້ອມກັບມີເສັ້ນໄຂວ່ ກັນຕາມ ລວງຍາວ ແລະ ລວງຂວາງ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຫລົ່ນຕາມລະດູການ, ສູງເຖິງ 40 ແມັດ, ບາງຄັ້ງ ເສັ້ນຜ່າກາງຂອງຕົ້ນຍາວເຖິງ 100 ຊມ, ງ່າເຕ່ືອຍລົງລຸ່ມ ຫຼື ອອກຕາມເສັ້ນນອນ ທຽບໃສ່ລຳຕົ້ນ. ເຮືອນຍອດຮູບມົນແບບບໍ່ສະໝ່ຳສະເໝີ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ຊື່, ເປືອກມີຮອຍແຕເລິກ, ສີນ້ຳຕານແກມສີອອກແດງ ຫາ ສີນ້ຳຕານອແກມສີອອກແດງ, ລວງປາດລຳຕົ້ນທາງຂວາງ ມີສີເຫຼືອງຈືດ ຫາ ສີສົ້ມ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງນ້ອຍ ເປັນທໍ່ກົມ, ມີຂົນ ຢູ່ສ່ວນປາຍ.
ທາດແຫຼວທີ່ລະບາຍອອກ : .ທາດແຫຼວ ທີ່ລະບາຍອອກມີທາດນ້ຳມັນ.
ໃບ : ໃບດ່ຽວ ຈັບສະຫຼັບ ພາຍໃນແຜ່ນພຽງ ດຽວ, ຂະໜາດ 6.5 -12.5 ຊມ x 2.5 - 5 ຊມ, ຮູບໃບຫອກ ແກມຮູບໄຂ່, ປາຍໃບສ້ວຍແຫຼມ, ໂຄນໃບຮຽວແຫຼມ ຫຼື ມົນ, ຂອບໃບລຽບ, ໃບເປັນແຜ່ນແຂງ, ຢູ່ດ້ານລຸ່ມມີຂົນ ອ່ອນນຸ່ມ ແລະ ມີສີຂຽວ ແກມສີນ້ຳເງິນເລກນ້ອຍ, ເມື່ອເວລາແຫ້ງ ເປັນ ສີນ້ຳຕານອົມສີອອກແດງ. ກ່າງກາງ ເປັນຮ່ອງຕາມລວງຍາວຢູ່ດ້ານເທິງ, ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ, ຂະໜານ ກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ມີຫູໃບ, ຮູບຄ້າຍກ່ຽວ, ມີຂົນອ່ອນໆ ແລະ ຕົກລົ່ນໄວ, ຢູ່ດ້ານໃນຂອງການໃບ.
ຊໍ່ດອກ / ດອກ : ດອກ ເກືອບບໍ່ມີກ້ານ, ຈັດເປັນຊໍ່ແຕກແໜງ ອອກຢູ່ປາຍສຸດ ແລະ ດ້ານຂ້າງກິ່ງ, ມີ 8 ຫາ 9 ແໜງ, ກ້ານ ຊໍ່ດອກເປັນລ່ຽມ, ມີຂົນອ່ອນນຸ້ມ.
ໝາກ : ແມ່ນໝາກແຫ້ງເປືອກແຂງໄຂບໍ່ໄດ້, ຮູບໄຂ່, ຂະໜາດ 22 x 4 ມມ, ມີຕິ່ງແຫຼມຢູ່ປາຍສຸດ, ໝາກກ້ຽງ ບໍ່ມີຂົນ, ເມື່ອເວລາຍັງອ່ອນອອກສີຂຽວແກມສີອອກເຫຼືອງ, ມີປີກໃຫຍ່ ສາມ ປີກ ກ່ິວເລັກນ້ອຍຢູ່ສ່ວນກົກ ແລະ ມົນຢູ່ປາຍ ແລະ ມີປີກນ້ອຍ ກ່ວາສອງປີກ, ປາຍສ້ວຍແຫຼມ, ທັງສອງປະເພດປີກ ມີກ່າງເສັ້ນບາງໆ ຜ່ານໄ
ແກ່ນ : ມີແກ່ນ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ສ່ວນຫຼາຍພົບ ຢູ່ປ່າດົງດິບແລ້ງເຂດພູເຂົາ, ບ່ອນທີ່ມີລະດັບຄວາມສູງເຖິງ 900 ມ ບ່ອນທີ່ມີຫີນກຼານິດ ແກມຫີນຊາຍ ແລະ ຢູ່ບ່ອນທີ່ເປັນຈຸດທີ່ຍັງຄົງເຫຼືອຂອງປ່າ. ລະດູ ອອກໝາກ ແມ່ນໃນເດືອນ ກຸມພາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ່ຽນມ້າ, ແຫຼມມາເລເຊັຍ, ໄທ, ຫວຽດນາມ, ແລະ ລາວ (ແຂວງອັດຕະປື, ຄຳມ່ວນ , ຈຳປາສັກ ແລະ ແຂວງອື່ນໆອີກ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເນື້ອໄມ້ສີຂາວ ເປັນທີ່ນິຍົມຫຼາຍ, ໃຊ້ສຳລັບການກໍ່ສ້າງໃຫຍ່, ເຮັດກຳປັ່ນ ແລະ ເຄ່ືອງທົນທານຕໍ່ແສງແດດ.

ຕົວຢ່າງທີ່ໄດ້ສຶກສາ :
BT 422 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore du Cambodge, du Laos et du Viêtnam 1960-2003. Vol. 25. Muséum national d'histoire naturelle, Paris, France.
B. Svengsuksa & J.E. Vidal. 1997. Les Dipterocarpacées du Laos. Université Nationale du Laos, Vientiane, Laos.
Rachun Pooma & Mark Newman. 2001. Checklist of Dipterocarpaceae in Thailand, Thai Forest Bulletin, no 29. The Forest Herbarium, Royal Forest Department, Bangkok, Thailand.
Dipterocarps of Vietnam, 2005. Forest Science Institute of Vietnam. Agricultural Publishing House, Hanoi, Vietnam.

Top of the page