Scleropyrum pentandrum (Dennst.) Mabb. - SANTALACEAE

ຊ່ືພື້ນຖານ : Pothos pentandrus Dennst.

ຊ່ືພ້ອງ : Sphaerocarya wallichiana Wight & Arn.
Scleropyrum wallichianum Arn.
Sphaerocarya moschifera Blume
Pyrularia ceylanica A.DC.
Pyrularia wallichiana A.DC.
Scleropyrum mekongense Gagnep.
Scleropyrum wallichianum var. siamensis Lecomte
Scleropyrum wallichianum var. mekongense Lecomte
Scleropyrum ridleyi Gamble

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນນົມສາວ Ton Nom Sao, ຕົ້ນນົມງົວ Ton Nom ngoa

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ມີໝາມແຫຼມເປັນຈຸ້ມໆ ອອກຢູ່ຕາມງ່າ ແລະ ລຳຕົ້ນ, ລຳອອ່ນ ເປັນແຊກໆ, ເນື້ອໄມ້ສີຂາວ. ຊໍ່ດອກອອກຕາມລຳຕົ້ນ ແລະ ກິ່ງງ່າໂດຍກົງ.
ປະເພດພືດ : ໄມ້ຢືນຕົ້ນ ຂະໜາດນ້ອຍ ສູງເຖິງ 20 ມ., ງ່າຕັ້ງຊັນຂື້ນທຽບໃສ່ລຳຕົ້ນ ຫລື ງ່າຢຽດຕາມທາງຂວາງຂອງລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ມີໝາມແຫລມຈັດເປັນຈຸ້ມໆຢູ່ຕາມ ລຳຕົ້ນ ຫຼື ຕາມງ່າ. ເປືອກມີຮອຍແຕກເລິກ ສ່ວນລຳອອ່ນເປັນແຊກໆ, ມີ ສີນ້ຳຕານອອ່ນ, ເປືອກໃນມີສີຄີມແກມສີນ້ຳຕານອອ່ນ.
ງ່າ ແລະ ກິ່ງນ້ອຍ : ກິ່ງ ງ່າ ມີລັກສະນະແປເລັກນ້ອຍ ຢູ່ບ່ອນຈັບຂອງໃບ ແລະ ເມື່ອຍັງອອ່ນ ມີຂົນອ່ອນໆປົກຄຸມ, ເມືອ່ແກ່ແລ້ວ ຈະກ້ຽງ ບໍ່ມີຂົນ. ກິ່ງງ່າອອ່ນມີໝາມ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບດ່ຽວ, ອອກສະຫລັບ ແລະ ກ້ຽວວຽນ, ຂະໜາດ, 10-20 X 2.5 -9 ຊມ., ຮູບຣີ ແຄບ ຫາຮູບຣີກ້ວາງ ຫລື ຮູບໄຂ່, ປາຍໃບສ້ວຍແຫລມ, ຫລື ສ້ວຍແຫລມເປັນຕິ່ງສັ້ນ, ໂຄນຮຽວແຫຼມ, ຂອບໃບລຽບ, ແຜ່ນໃບຫຍາບຄືແຜ່ນໜັງ ຫາແຂງ, ດ້ານເທິງຂອງໃບເຫລື້ອມ, ກ້ຽງ ບໍ່ມີຂົນ, ດ້ານລຸ່ມ ມີຂົນຫ່າງໆ ຢູ່ຕາມກ່າງກາງ. ຢູ່ດ້ານເທິງ ກ່າງກາງ ເປັນຮ່ອງຕາມລວງຍາວ, ກ່າງຂັ້ນໜຶ່ງມີເສັ້ນດຽວ ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ ແລະ ໂຄ້ງຈອດກັນທີ່ຂອບໃບ, ກ່າງຂັ້ນສາມ ບໍ່ເຫັນແຈ້ງປານໃດ. ກ້ານໃບມີຂົນ ປົກຄຸມ. ບໍ່ມີ ຫູໃບ.
ຊໍ່ດອກ / ດອກ : ດອກມີຂະໜາດນ້ອຍ ຈັດເປັນຊໍ່ດອກຫ້ອຍ ຊຶ່ງເຕົ້າໂຮມກັນເປັນຈຸ້ມໆ ອີກ, ດອກອອກຕາມລຳ ແລະ ກິ່ງງ່າໂດຍກົງ, ດອກມີເພດຮ່ວມ, ດອກຜູ້ ມີກິ່ນເໝັນ ມີກ້ານດອກສັ້ນ ໃນຂະນະທີ່ ດອກແມ່ ປັດສະ ຈາກກ້ານດອກ.
ໝາກ : ໝາກເປັນໝາກເນື້ອມີແກນ ມີຮູບໝາກຈອງ ຫລື ຮູບກົມໜ່ວຍໄຂ່, ຂະໜາດ 1.8-3.5 X 1.3-2.6 ຊມ., ໝາກມີກ້ານ, ອອກສີຂຽວ , ປ່ຽນເປັນສີເຫລືອງ ເມື່ອເວລາສຸກ.
ແກ່ນ : ແກ່ນ ມີ 1- 3 ເມັດ, ຮູບກົມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ໂດຍທົ່ວໄປ ພົບເຫັນໃນບ່ອນ ທີ່ຖືກລົບ ກວນ, ບ່ອນທີ່ມີດິນຊາຍ, ພົບເຫັນໃນປ່າ ເຄ່ິງດົງດິບ ແລະ ໃນປ່າດົງດິບແລ້ງ, ໃນ ປ່າໂຄກ ໃກ້ກັບສາຍນ້ຳ ແລະ ໃນປ່າພືດ ຕະກຸນໄມ້ຍາງ ໃນເຂດຕຳ່ ບ່ອນທີ່ມີລະດັບຄວາມສູງ ແຕ່500 ຫາ 1000 ມ. ອອກດອກໃນເດືອນມັງກອນ ເຖິງເດືອນມີນາ, ອອກໝາກ ແຕ່ເດືອນສິງຫາ ຫາເ

ເຂດແຜ່ກະຈາຍພັນ :

ພົບເຫັນຢູ່ ປະເທດ ກຳພູຊາ, ຈີນ (ພາກໃຕ້ ແລະ ເກາະ ໄຮນັງ), ອິນເດັຍ, ໄທ (ພາກເໜືອ, ພາກຕາວັນອອກ, ພາກຕາວັນອອກສ່ຽງໃຕ້, ພາກຕາເວັນຕົກສ່ຽງໃຕ້, ແຫຼມ ຂອງປະເທກດໄທ) ແລະ ລາວ ( ແຂວງ ອັດຕະປື , ຄຳມ່ວນ, ແລະ ຫລວງພະບາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເນື້ອໄມ້ແຂງ ແລະ ໜັກ, ມີການນຳໃຊ້ເຮັດເຄື່ອງການກະເສດ ແລະ ໃຊ້ເປັນຢາພື້ນເມືອງ.

ຕົວຢ່າງທີ່ໄດ້ສຶກສາ :
BT 460, BT 776, BT 799 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1915. Vol. 5, Fasc. 3. Muséum national d'histoire naturelle, Laboratoire de Phanérogamie, Paris, France.
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Jill Macklin & John Parnell. 2005. Flora of Thailand, Vol. 9, part 1. The Forest Herbarium, Royal Forest Department, Bangkok, Thailand.

Top of the page