Salacia verrucosa Wight - CELASTRACEAE

ຊ່ືພື້ນເມືອງເປັນພາສາລາວ : ຕາກວາງ Ta kouang

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ພຸ່ມພາດເລືອ ມີກິ່ງງ່າອ່ອນມີຂົນສີນ້ຳຕານອົ ມ ສີອອກແດງ ປົກຫຸ້ມດົກໜາ. ໝາກເປັນຮູບກົມມົນແປເຂົ້າທາງຂ້າງ ເລັກນ້ອຍ, ໝາກສຸກເປັນສີແດງ.
ປະເພດພືດ : ໄມ້ພຸ່ມພາດເລືອສູງເຖິງ 5 ແມັດ.
ລຳຕົ້ນ ແລະ ເປືອກ : ເປືອກລຽບ, ມີຊ່ອງອາກາດ, ສີຂີ້ເຖົ່າ ຫຼື ສີນ້ຳຕານອົມສີຂີ້ເຖົ່າ, ເປືອກໃນເປັນສີອອກແດງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ມີຊ່ອງອາກາດ, ກ້ຽ ບໍ່ມີຂົນ. ກິ່ງງ່າອ່ອນມີຂົນ ສີນ້ຳຕານປົນສີອອກແດງປົກຫຸ້ມ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫຼັບ, ບາງຄັ້ງ ຈັບພາບ ຫາ ເກືອບພາບ, ຂະໜາດ 10-12 x 2-5 ຊມ, ຮູບສ້ວຍ, ປາຍໃບສ້ວຍແຫຼມ, ໂຄນໃບສ້ວຍແຫຼມ, ຂອບໃບລຽບ ແຜ່ນໃບ ຄ້າຍຄືແຜ່ນໜັງ, ກ້ຽງ ບໍ່ມີຂົນ ແລະ ດ້ານເທິງເຫຼື້ອມເປັນມັນເງົາ. ກ່າງກາງຮາບ ພຽງ ຢູ່ດ້ານເທິງ, ກ່າງຂັ້ນໜຶ່ງເປັນກ່າງດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ກ້ານໃບ ກ້ຽງ ບໍ່ມີຂົນ, ສວດຂຶ້ນຢູ່ດ້ານເທິງ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກອອກດ່ຽວ, ຈັບຢູ່ຂ້າງກິ່ງ, ມີສີເຫຼືອງ. ກ້ານດອກຍາວຕ່ຳກວ່າ 0.5 ຊມ.
ໝາກ : ໝາກເນື້ອມີແກນ, ຮູບກົມມົນ, ຂະໜາດ 3-4 x 4 ຊມ, ບໍ່ລຽບເປັນຂະລຸກຂະລັກ, ໝາກອ່ອນມີສີຂຽວ, ເມື່ອສຸກເປັນສີອອກແດງ, ກາບດອກຈັບທົນຢູ່ນຳໝາກ.
ແກ່ນ : ມີຫຼາຍແກ່ນ .

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຢູ່ຕາມປ່າດົງດິບ, ປ່າໂຄກ ແລະ ປ່າຂັ້ນສອງ ທີ່ຖືກລົບກວນ, ບ່ອນທີ່ມີຄວາມສູງແຕ່ 500 ແມັດໄປ. ລະດູອອກດອກໃນເດືອນ ກຸມພາ ເຖິງເດືອນມີນາ, ຈັບເປັນໝາກແຕ່ເດືອນສິງຫາ ເຖິງເດືອນກັນຍາ.

ເຂດແຜ່ກະຈາຍພັນ :

ເກີດຢູ່ໃນດິນແດນເຂດຮ້ອນໃນທົ່ວໂລກ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ມອກໄມ້ ແລະ ຮາກນຳມາຕົ້ມເຮັດຢາ.

ຕົວຢ່າງທີ່ໄດ້ສຶກສາ :
BT 578 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1912. Vol.1, Fasc. 8. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
V. Lamxay & S. Sisengmek. 2001. Indigenous medicinal plants used in Salavanh province (in Lao language). Non Timber Forest Products. Forest Resource Center. National Agriculture & Forestry Resource Institute.

Top of the page