Radermachera ignea (Kurz) Steenis - BIGNONIACEAE

ຊ່ືພື້ນຖານ : Spathodea ignea Kurz

ຊ່ືພ້ອງ : Mayodendron igneum (Kurz) Kurz

ຊ່ືພື້ນເມືອງເປັນພາສາລາວ : ດອກປີດ Dok Pit

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ ຫຼື ຜັດປ່ຽນໃບ, ເປືອກເປັນຊະໂນ, ມີຮອຍແຕກລະອຽດ ແລະ ມີຊ່ອງອາກາດ. ໃບປະສົມ2 ຫາ 3 ຂັ້ນ. ກ້ານກາງຂອງໃບໄຄ່ຢູ່ລະດັບຂໍ້ ແລະ ໂຄນ. ບໍ່ມີຫູໃບ. ດອກ ມີເພດຮ່ວມ, ສີສົ້ມ, ອອກຢູ່ຕາມລຳຕົ້ນ ຫຼື ງ່າໂດຍກົງ. ໝາກ ແມ່ນໝາກແຫ້ງໄຂໄດ້ແບບແຄບຊູນ, ແຕກອອກ ຕາມລວງຍາວ. ຂະໜາດໃຫ່ຍ ອອກສີສົ້ມ ຈັບຢູ່ລຳຕົ້ນ, ໝາກ ຮຽວຍາວ, ບິດ.
ປະເພດພືດ : ເປັນໄມ້ຢືນຕົ້ນໃບຂຽວຕະຫລອດປີ ຫຼື ໃບລົ່ນຕາມລະດູການ, ສູງເຖິງ 20 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີນ້ຳຕານ , ເປືອກອ່ອນ, ເປັນຊະໂນ, ມີຮອຍແຕກລະອຽດ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ. ງ່າກົ່ງລົງລຸ່ມ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະກອບແບບຂົນນົກ, ສອງ ຫາ ສາມຂັ້ນ, ຈັບພາບກັນ, ບິ້ງໃບມີຮູບຮີ, ທັງປາຍ ແລະ ໂຄນໃບ ສ້ວຍແຫຼມ, ຂອບໃບລຽບ, ດ້ານລຸ່ມ ມີຕ່ອມສີຂຽວເຂັ້ມ ກະແຈກກະຈາຍຢູ່. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກຈຳນວນບໍ່ມີຫຼາຍປານໃດ ຈັດລຽງຕາມຊໍ່ດອກ ອອກຢູ່ງ່າເກົ່າ ຫຼື ອອກຢູ່ຕາມລຳຕົ້ນ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊ.ມ.
ໝາກ : ໝາກແຫ້ງໄຂໄດ້ແບບແຄບຊູນ, ຍາວເຖິງ 45 ຊມ, ຮູບຮ່າງຮຽວຍາວ, ບິດ, ເວລາແກ່ ໝາກສາມາດ ແຕກອອກເປັນ 2 ປ່ຽງຕາມທາງຍາວ.
ແກ່ນ : ແກ່ນ ມີຫຼາຍ, ແປ ຢູ່ສອງສົ້ນ ມີປີກນ້ອຍໆ ປີກໜຶ່ງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບແບບກະແຈກ ກະຈາຍຕາມປ່າດົງດິບ ແລະ ປ່າປ່ຽນໃບ .

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ຈີນ (ແຂວງຢູນານ), ໄທ, ຫວຽດນາມ ແລະ ລາວ (ແຂວງບໍລິຄຳໄຊ, ຄຳມ່ວນ, ຫຼວງພະບາງ, ສະຫວັນນະເຂດ, ວຽງຈັນ ແລະ ຊຽງຂວາງ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ຍັງບໍ່ທັນເປັນທີ່ຮູ້ຈັກ, ແຕ່ ຄົນນິຍົມປູກເປັນພືດສວນນເພາະດອກເປັນໜ້າປະທັບໃຈ

ຕົວຢ່າງທີ່ໄດ້ສຶກສາ :
BT 381, BT 844, LAO 51 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page