English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໃບດ່ຽວ ມີໂຄນໃບ ເປັນຮູບງ່ຽງລູກສອນຢ່າງຈະແຈ້ງ, ມີຫູໃບ. |
| ປະເພດພືດ : | ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ ຫຼື ໃບຂຽວຕະຫລອດປີ, ສູງເຖິງ 15 ແມັດ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ເປືອກມີສີນ້ຳຕານ ແລະ ເປັນເກັດເລັກນ້ອຍ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ ແລະ ມີຂົນ |
| ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
| ໃບ : | ໃບ ຈັບສະຫລັບ ແລະ ກ້ຽວວຽນ, ເປັນນຮູບຮີ ດ້ານລຸ່ມມີຂົນຮູບດາວອ່ອນໆ, ປາຍມີຕິ່ງແຫຼມຍາວ, ກົກໃບບ້ຽວ, ຂ້າງໜື່ງເປັນຮູບແຫຼມຄືລູກສອນ, ຂອບໃບ ເປັນແຂ້ວເລ່ືອຍເລິກ ແຕ່ເຄິ່ງເທິງ ໄປ. ເສັ້ນກ່າງອອກແຕ່ໂຄນໃບ 3-5 ເສັ້ນ, ກ່າງ ຂັ້ນສອງສະຫຼຽງໃຫ້ ກ່າງກາງ, ກ່າງຂັ້ນສາມສະຫຼຽງ. ຫູໃບ ໃຫ່ຍ, ເສຣີ. |
| ຊໍ່ດອກ / ດອກ : | ດອກອອກດ່ຽວ, ອອກຢູ່ທາງຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊ.ມ. |
| ໝາກ : | ໝາກເປັນໝາກແຫ້ງໄຂໄດ້ ແບບແຄບຊູນ, ມີຂະໜາດ ຍາວເຖິງ 8 ຊມ, ເນື້ອແຂງ, ເວລາແກ່ ໝາກແຕກ ອອກເປັນ 5 ປ່ຽງ. |
| ແກ່ນ : | ແກ່ນ ມີຫຼາຍ, ຮູບໄຂ່, ມີປີກບາງໆ. |