Polyalthia cerasoides (Roxb.) Bedd. - ANNONACEAE

ຊ່ືພື້ນຖານ : Uvaria cerasoides Roxb.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ກິ່ງງ່າ ຢູ່ຕາມເສັ້ນນອນ, ແກ່ນມີຮອຍຍູ່ຍີ່.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ ໄລຍະສັ້ນໆ, ສູງເຖິງ 10 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກມີສີນ້ຳຕານອອກໜົ່ນ, ກ້ຽງ ແລະ ບາງຄັ້ງ ມີຊ່ອງອາກາດຈຳນວນໜ້ອຍໜື່ງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ ຫຼື ມີຂົນລະອຽດ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫລັບຕາມແຜ່ນພຽງດຽວ, ໃບຮູບປາຍຫອກ, ປາຍສ້ວຍແຫຼມ, ກົກມົນ ຫຼື ສ້ວຍແຫຼມ, ໃບກ້ຽງ ບໍ່ມີຂົນ ຫຼື ມີຂົນລະອຽດ, ຂອບໃບລຽບ. ກ່າງກາງ ເປັນຮ່ອງຕາມລວງຍາວ, ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີ 1 ດອກ ຫຼື ບໍ່ຫຼາຍປານໃດ ຈັດລຽງຕາມຊໍ່ດອກ ອອກຢູ່ ທາງຂ້າງ ຫຼື ຢູ່ທາງປາຍຍອດໃໝ່ສັ້ນໆ, ດອກມີສອງເພດ, ກ້ານດອກ ຍ່ອຍຍາວກວ່າ 0.5 ຊ.ມ.
ໝາກ : ໝາກຍ່ອຍມີເສັ້ນຜ່າກາງ 0.6 ຊມ, ເປັນໝາກຄ້າຍໝາກ ມີເນື້ອ.
ແກ່ນ : ມີ ແກ່ນ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປໃນຕາມປ່າດົງດິບ ແລະ ປ່າປ່ຽນໃບ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ກຳພູຊາ, ຈີນ (ພາກໃຕ້), ອີນເດັຍ, ໄທ, ຫວຽດນາມ ແລະ ລາວ (ແຂວງອັດຕະປື, ບໍລິຄຳໄຊ, ຄຳມ່ວນ, ຫຼວງນ້ຳທາ, ສະຫວັນນະເຂດ ແລະ ວຽງຈັນ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ບາງຄັ້ງ ໄມ້ໃຊ້ເຮັດແຜ່ນຫຸ້ມຫໍ່ສຳເລັດຮູບ ແລະ ໄມ້ອັດ, ໝາກສຸກສາມາດກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 79, BT 375, BT 416, BT 928 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn, P. & Anusarnsunthorn, V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.

Top of the page