English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນ ັດປ່ຽນໃບ, ກິ່ງ ງ່ານ້ອຍ ຕົກລົ່ນພ້ອມໆກັບໃບ. |
ປະເພດພືດ : | ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ ໄລຍະສັ້ນໆ, ສູງເຖິງ 20 ແມັດ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຂົດໂງ, ເປືອກມີສີນ້ຳຕານແກມສີໜົ່ນ, ລຽບ ແລະ ບາງເທ່ືອ ເປືອກລອກເປັນແຜ່ນໆ ຕາມລວງຍາວ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບດ່ຽວ, ຈັບສະຫລັບຕາມ ແຜນພຽງ ດຽວ, ແຕ່ປະກົດອອກຄ້າຍໃບປະກອບ ແບບຂົນນົກ, ໃບ ຮູບຂອບຂະໜານ, ກ້ຽງ ບໍ່ມີຂົນ, ປາຍສ້ວຍມຸມເຫວີ, ຫຼື ສ້ວຍແຫຼມ, ກົກມົນ, ຢູ່ດ້ານລຸ່ມ ອອກສີຂຽວແກມນ້ຳເງິນ, ຂອບໃບລຽບ. ຫູໃບຂະໜາດນ້ອຍໆ. |
ຊໍ່ດອກ / ດອກ : | ດອກມີຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ທາງຂ້າງ ຫຼື ອອກຢູ່ທາງຫລັງຂອງໃບ, ດອກມີເພດດຽວ ຢູ່ໃນຕົ້ນດຽວກັນ, ກ້ານດອກຍ່ອຍຍາວ 3 ມ.ມ. |
ໝາກ : | ໝາກເປັນໝາກເນື້ອມີແກນ, ມີເສັ້ນຜ່າກາງຍາວເຖິງ 2 ຊມ, ໝາກອວບນ້ຳ, ໝາກໄຂບໍ່ໄດ້ ເວລາແກ່ແລ້ວ. |
ແກ່ນ : | ມີແກ່ນ 3 ຫາ 6 ເມັດ. |