English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
| ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນ ໃບລົ່ນ, ຫູໃບໃຫ່ຍ ມີຮູບຄ້າຍຄືເຂົາກວາງ ແລະ ມີດອກໃຫ່ຍ ມີສີເຫຼືອງ. ໝາກເປັນຝັກສ້ວຍທັງສອງສົ້ນ, ມີປີກແຄບໆ ຍາວ, ບໍ່ແຕກເອງ. |
| ປະເພດພືດ : | ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການ ໄລຍະສັ້ນໆ, ສູງເຖິງ 30 ແມັດ. |
| ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່ ຫຼື ເນີ້ງ, ເປືອກມີສີນ້ຳຕານ ອອກຂຽວ, ລຽບ ແລະ ມັກມີຊ່ອງອາກາດ. |
| ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າເປັນລ່ຽມ, ມີຂົນເວລາຍັງອ່ອນ, ຕໍ່ມາກ້ຽງບໍ່ມີຂົນ. |
| ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
| ໃບ : | ໃບປະກອບ ແບບຂົນນົກ ສອງຂັ້ນ, ຈັບສະຫລັບ ແລະ ກ້ຽວວຽນ, ບິ້ງໃບ ເປັນຮູບຂອບຂະໜານ, ປາຍໃບວ້ຳປາຍເລັກນ້ອຍ, ກົກໃບບ້ຽວ, ຂອບໃບລຽບ. ຫູໃບ ຢູ່ທົນ, ວ້ຳເລິກ ເຮັດໃຫ້ມີຮູບຄ້າຍເຂົາກວາງ. |
| ຊໍ່ດອກ / ດອກ : | ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກຢູ່ທາງຂ້າງ, ດອດກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊ.ມ. |
| ໝາກ : | ໝາກເປັນຝັກ, ຍາວເຖິງ 3.5 ຊມ, ສ້ວຍທັງສອງສົ້ນ, ມີປີກຍາວ ແຄບ ສອງປີກ. ໝາກໄຂບໍ່ໄດ້ ເວລາແກ່ແລ້ວ. |
| ແກ່ນ : | ມີ ແກ່ນ 4 ຫາ 8 ເມັດ. |