Parkia sumatrana Miq. - MIMOSACEAE

ຊ່ືພ້ອງ : Parkia insignis Kurz
Parkia dongnaiensis Pierre

ຊ່ືພື້ນເມືອງເປັນພາສາລາວ : ຫົວໂລ້ນ Houa lonh

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ ຫຼື ຜັດປ່ຽນໃບໄລຍະສັ້ນ ມັກມີ ຮາກພຶງຂະໜາດນ້ອຍ, ເປືອກລຽບ ,ມີຊ່ອງອາກາດ ເລັກນ້ອຍ. ຫູໃບເສຣີ. ດອກມີເພດແຍກ, ຈັດເປັນຫົວດອກ ຮູບກົມມົນ. ໝາກເປັນຝັກຍາວ ບິດເປັນໂຄ້ງໆແບບກ້ຽວກົ້ນຫອຍ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການໃນໄລຍະສັ້ນໆ ຫຼື ເປັນຕົ້ນຂຽວຕະຫລອດປີ, ສູງເຖິງ 35 ແມັດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກເປັນສີນ້ຳຕານອອກແດງ, ກ້ຽງ ແລະ ມີຮອຍແຕກຈຳນວນບໍ່ຫຼາຍປານໃດ , ມັກມີປີກຮາກຂະໜາດນ້ອຍ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະກອບ ແບບຂົນນົກ ສອງຂັ້ນ, ຈັບສະຫລັບ ແລະ ກ້ຽວວຽນ, ບິ້ງໃບ ຈັບພາບ, ເປັນຮູບ ຂອບຂະໜານ, ປາຍໃບສ້ວຍມຸມເຫວີ ຫຼື ວ້ຳປາຍ, ໂຄນໃບບ້ຽວ ບໍ່ສະ ເໝີກັນ ແລະ ຂອບໃບລຽບ. ຫູໃບລົ່ນໄວ.
ຊໍ່ດອກ / ດອກ : ດອກ ສີຂາວ. ມີຫຼາຍ ຈັດລຽງຕາມຊໍ່ດອກ ອອກ ຢູ່ທາງປາຍຍອດ, ດອກມີເພດດຽວ, ຈັບຢູ່ຕົ້ນດຽວ ກັນກັບດອກໝັນ ຊຶ່ງ ຈັບກັນຢ່າງ ແໜ້ນໜາ ເປັນຫົວດອກ ຮູບກົມມົນ , ກ້ານດອກຍ່ອຍຍາວເຖິງ 3 ມມ.
ໝາກ : ໝາກເປັນຝັກ ຍາວເຖິງ 45 ຊມ, ໝາກບິດກ້ຽວກົ້ນຫອຍ, ໝາກແຕກອອກເປັນສອງປ່ຽງເວລາແກ່ແລ້ວ, ແກ່ນ ຈັດລຽນຕາມເສັ້ນຜ່ານມຸມແຈຕົງກັນຂ້າມຂອງຝັກ.
ແກ່ນ : ມີຫຼາຍແກ່ນ

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ໃນລະດັບປານກາງ ໃນປ່າດົງດິບ ແລະ ປ່າປ່ຽນໃບຕາມລະດູການ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດມ່ຽນມ້າ, ກຳພູຊາ, ອີນໂດເນເຊັຍ (ຊູມາດຕຼາ, ບອກນ່ຽວ ), ມາເລເຊັຍ (ແຫຼມ ມາເລ), ໄທ, ຫວຽດນາມ ແລະ ລາວ (ແຂວງອັດຕະປື, ສະຫວັນນະເຂດ ແລະ ໄຊຍະບູລີ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ແກ່ນອ່ອນສາມາດກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 50, BT 178 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Hoang Van Sam, Khamseng Nanthavong & P.J.A. Keßler. 2004. Trees of Laos and Vietnam. Blumea 49: 201--349.
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page