Millettia boniana Gagnep. - PAPILIONACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ ຂະໜາດນ້ອຍ, ຕົ້ນມີນ້ຳສີແດງ. ໃບປະສົມປາຍຄີກ, ຈັບສະຫູບ, ໃບຍ່ອຍຈັບພາບ, ປາຍໃບເປັນ ຫາງ. ດອກມີສີຂາວ, ຮູບດອກໝາກຖົ່ວ, ປາຍກີບປາກ ປີ້ນຄືນຫຼັງ. ໝາກເປັນຝັກແປໆ.
ປະເພດພືດ : ເປັນໄມ້ຢືນຕົ້ນຂະຫນາດນ້ອຍ ໃບຂຽວຕລອດປີ, ສູງປະມານ 5 ມ. ເສັ້ນຜ່າກາງ ຂອງລຳຕົ້ນປະມານ 10 ຊມ, ປາກສີຂາວແກມສີນ້ຳຕານ, ແຕກເຫີບ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ມີຊ່ອງອາກາດສີໝົ່ນ, ເປືອກນອກຫນາປະມານ 1 ຊມ., ສີຂາວ ສີນ້ຳຕານ ແກມສີອອກດຳ, ເປືອກໃນຫນາ, ປະມານ 0.5 ຊມ.
ງ່າ ແລະ ກິ່ງນ້ອຍ : ງ່າກ້ຽງ ບໍ່ມີຂົນ, ເປັນທໍ່ກົມ, ມີຊ່ອງອາກາດ, ເມື່ອເວລາແຫ້ງ ມີສີອອກນ້ຳຕານ.
ທາດແຫຼວທີ່ລະບາຍອອກ : ມີຢາງສີແດງ
ໃບ : ໃບປະສົມແບບຂົນນົກປາຍຄີກ, ຮຽງສະຫລັບ, ອອກເປັນຈຸ້ມຢູ່ປາຍຍອດ, ກ້ານ ກາງຍາວປະມານ 10 ຊມ. ໃບຍ່ອຍຍາວຈຳນວນ 5-9, ຈັບພາບກັນ ຫາເກືອບພາບ, ແຜ່ນໃບຮູບຂອບຂະໜານ ຫາຮູບຮີ, ປາຍເປັນຫາງ, ໂຄນໃບສ້ວຍແຫຼມ, ຂອບໃບລຽບ, ໃບອ່ອນສີຂຽວອ່ອນ, ແຜ່ນໃບໜຽວຄ້າຍແຜ່ນໜັງ, ກ້ຽງ ບໍ່ມີຂົນຢູ່ທັງສອງດ້ານ, ດ້ານລຸ່ມຂອງໃບສີຈືດ. ກ່າງກາງໃບເປັນຮ່ອງຕາມລວງຍາວ ຢູ່ດ້ານຫລັງໃບ ແລະ ເປັນຄູເຫັນຊັດເຈນ ດ້ານທ້ອງໃບ, ກ່າງຂັ້ນສອງ ປະມານ 5-7 ຄູ່, ກ່າງຂັ້ນສາມຈັດເປັນຕາໜ່າງ. ກ້ານໃບຍາວປະມານ 1 ຊມ.
ຊໍ່ດອກ / ດອກ : ຊໍ່ດອກເປັນຊໍ່ ດອກມີກ້ານແຕກແຫນງ, ອອກຢູ່ຂ້າງກິ່ງ ຫຼື ປາຍຍອດ , ກ້ຽງ ບໍ່ມີຂົນ, ຍາວປະມານ 20 - 30 ຊມ. ດອກສີຂາວ, ຂະຫນາດ ນ້ອຍ ແລະ ມີໃບຊ້ອນດອກສັ້ນ, ກ້ຽງ ບໍ່ມີຂົນ, ກ້ານດອກຍ່ອຍຍາວ ປະມານ 4 ມມ. ກາບດອກ ສີນ້ຳຕານເຂັ້ມ, ຂະຫນາດນ້ອຍ, ກີບດອກກ້ຽງ ບໍ່ມີຂົນ, ສີຂາວ.
ໝາກ : ຫມາກເປັນຝັກ, ແປ, ຂະຫນາດ 10 x 2-3 ຊມ. ເປືອກຫນາ, ຜິວກ້ຽງ ບໍ່ມີຂົນ, ສີນ້ຳຕານເຂັ້ມ ຕໍ່ມາ ແຕກເອງແບບທຳມະຊາດ.
ແກ່ນ : ມີເມັດກົມແປລົງ ຈຳນວນ ບໍ່ຫຼາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າທີ່ຍັງຄົງເຫຼືອຢູ່, ໃນປ່າດົງດິບ ຫຼື ປ່າໂຄກຊຸດໂຊມ ຢູ່ລະດັບຄວາມສູງ ແຕ່500 ຫາ 600 ມ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ຫວຽດນາມ ແລະ ລາວ(ແຂວງຄຳມ່ວນ ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ບໍ່ເປັນທີ່ຮູ້ຈັກ

ຕົວຢ່າງທີ່ໄດ້ສຶກສາ :
BT 881 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier)..

ເອກກະສານອ້າງອີງ :
Flore Générale de l’Indochine. 1916. Vol.2, Fasc. 4. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.

Top of the page