English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ເປືອກແຕກເຫີບເປັນແຜ່ນໆ, ກິ່ງງ່າມີຂົນ. ໃບດ່ຽວ ຈັບສະຫລັບພາຍໃນແຜ່ນພຽງດຽວ, ຂອບໃບ ເປັນແຂ້ວເລ່ືອຍ, ມີຂົນຮູບດາວຢູ່ດ້ານລຸ່ມ. ກ່າງຂັ້ນໜ່ຶງໃຫຍ່, ອອກຈາກໂຄນໃບ. ຫູໃບ ເສລີ. ດອກມີເພດຮ່ວມ. ໝາກເປັນ ໝາກເນື້ອມີແກນ ສີສົ້ມ. |
ປະເພດພືດ : | ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 20 ມ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ບາງຄັ້ງ ປັຸ້ງທີ່ໂຄນ, ເປືອກສີຂີ້ເຖົ່າຈາງ, ເປືອກໃນ ເປັນເສັ້ນໃຍ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ມີຂົນ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບດ່ຽວ, ຈັບສະລັບກັນໃນແຜ່ນພຽງດຽວ, ມີຂົນຮູບດາວ, ແຜ່ນໃບຮູບສ້ວຍ ຫຼື ຮູບໄຂ່ປີ້ນ, ປາຍໃບສ້ວຍແຫລຼມຫາແຫຼມເປັນຕິ່ງ, ຖານໃບມົນ, ຂອບໃບ ເປັນ ແຂ້ວເລ່ືອຍຢູ່ສ່ວນປາຍ, ກ່າງໃບ 3 ເສັ້ນໃຫຍ່ອອກແຕ່ໂຄນໃບ, ກ່າງຂັ້ນສອງ ສະຫຼຽງໃຫ້ກ່າງກາງ,ຂະໜານກັນຫ່າງໆ, ກ່າງໃບຂັ້ນສາມ ຈັດເປັນຕາ ໜ່າງ. ມີຫູໃບ, ຕົກລົ່ນໄວ. |
ຊໍ່ດອກ / ດອກ : | ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ອອກຕາມຕຳແໜ່ງ ປາຍຍອດ ຫຼື ອອກດ້ານຂ້າງ, ດອກມີເພດຮ່ວມ, ກ້ານດອກ ຍາວເຖິງ 3 ມມ. |
ໝາກ : | ໝາກເນື້ອມີແກນ, ມີຂະໜາດຍາວເຖິງ 2.5 ຊມ, ອອກສີແດງອົມສີສົ້ມ , ເປືອກເປັນຄືແຜ່ນໜັງ, ໝາກບໍ່ ແຕກອອກເປັນສອງສ່ວນເມື່ອສຸກແລ້ວ. |
ແກ່ນ : | ແກ່ນ ມີ 1 ເມັດ. |