English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ປະເພດພືດ : | ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 10 ມ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ບາງຄັ້ງ ປັຸ້ງທີ່ໂຄນ, ເປືອກລຽບ, ສີຂີ້ເຖົ່າ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ມີຂົນ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບປະສົມ , ຈັບສະລັບ ແລະ ກ້ຽວວຽນ, ບິ້ງໃບຮູບໄຂ່ ຫາຮູບໃບຫອກ, ປາຍໃບ ສ້ວຍແຫຼມ, ຖານໃບບ້ຽວ ບໍ່ສະເໝີກັນ, ແຜ່ນໃບກ້ຽງ ບໍ່ມີຂົນ ຫຼື ມີຂົນອ່ອນລຽບ, ມີຈຸດນ້ອຍໆໃສໆ, ແຄມໃບລຽບ . ບໍ່ມີ ຫູໃບ. |
ຊໍ່ດອກ / ດອກ : | ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ອອກຕາມ ຕຳແໜ່ງປາຍຍອດ, ດອກມີເພດຮ່ວມ, ກ້ານດອກ ຍາວເຖິງ 3 ມມ. |
ໝາກ : | ໝາກມີເນື້ອ, ມີຂະໜາດເສັ້ນຜ່າກາງ ເຖິງ 1 ຊມ. |
ແກ່ນ : | ແກ່ນ ມີ 1 ຫາ 3 ເມັດ. |