Meliosma simplicifolia (Roxb.) Walp. - SABIACEAE

ຊ່ືພື້ນຖານ : Millingtonia simplicifolia Roxb.

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ເປືອກລຽບ, ກິ່ງງ່າກ້ຽງບໍ່ມີຂັນ. ດອກມີເພດຮ່ວມ. ໝາກເນື້ອມີແກນ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 15 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ສ່ວນຫລາຍລຳຕົ້ນສັ້ນ, ເປືອກສີນ້ຳຕານ ຈາງປົນສີຄຼີມ, ລຳຕົ້ນກ້ຽງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ເກືອບວ່າກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບດ່ຽວ, ຈັບສະຫລັບ ແລະ ກ້ຽວວຽນ, ແຜ່ນໃບກ້ຽງ ຫຼື ມີຂົນຫ່າງໆ ຕາມກ່າງກາງ ດ້ານລຸ່ມ, ແຜ່ນໃບຮູບໄຂ່ປີ້ນແຄບ ຫຼື ຮູບໃບຫອກປີ້ນ, ປາຍໃບແຫຼມ, ກົກໃບສ້ວຍ ແຫຼມ, ຂອບໃບລຽບ ຫຼືເປັນແຂ້ວເລ່ືອຍ. ກ່າງກາງ ຮາບພຽງຢູ່ດ້ານເທິງ, ກ່າງ ຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ເສັ້ນກ່າງໃບຂັ້ນສາມ ຈັດເປັນແບບຕາໜ່າງ. ບໍ່ມີ ຫູໃບ.
ຊໍ່ດອກ / ດອກ : ດອກສີຂາວ, ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ, ອອກຕາມຕຳ ແໜ່ງປາຍຍອດ ຫຼື ອອກດ້ານຂ້າງ, ດອກມີເພດຮ່ວມ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກ ມີຂະໜາດເສັ້ນຜ່າກາງ 0.5 ຊມ, ໝາກມີແກນ, ແຕກເປັນບາງຄັ້ງຄາວ ,ມີເນື້ອບາງໆ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດພົບທົ່ວໄປໃນປ່າດົງດິບ .

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດ ມ່ຽນມ້າ, ກຳພູຊາ, ອິນເດັຍ (ພາກຕາວັນຕົກສ່ຽງໃຕ້), ອິນໂດເນເຊັຍ (ຊູມາຕຼາ), ​ມາເລເຊັຍ (ແຫຼມມາເລ), ເນປານ, ສີລັງກາ, ໄທ, ຫວຽດນາມ ແລະ ລາວ (ແຂວງ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຮັດຕູ້ຕັ່ງຕ່າງໆ.

ຕົວຢ່າງທີ່ໄດ້ສຶກສາ :
BT 538, BT 543 (Herbarium of Faculty of Sciences, UNoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Beusekom, C.F. van.1971. A revision of Meliosma. Blumea 19: 355--529.

Top of the page