Macaranga trichocarpa (Rchb.f. & Zoll.) Müll.Arg. - EUPHORBIACEAE

ຊ່ືພື້ນຖານ : Mappa trichocarpa Rchb.et Zoll.

ຊ່ືພ້ອງ : Macaranga minutiflora Müll.Arg.
Macaranga borneensis Müll.-Arg.
Macaranga zollingeri Miq.
Macaranga trichocarpa Rchb.f. & Zoll.var. trilobulata Gagnep.

ຊ່ືພື້ນເມືອງເປັນພາສາລາວ : ປານປ່າ Pane Pa

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໃບມີຮູບຮ່າງຫຼາຍແບບ, ເມື່ອເຕັມແກ່ຈະເປັນຮູບສີ່ລ່ຽມຈ້ວຍ, ຂອບໃບເປັນແຂ້ວເລ່ືອຍ ມີຕ່ອມຢູ່ຕາມແຂ້ວເລ່ືອຍ, ມີຕ່ອມນ້ຳຫວານສອງຕ່ອມຢູ່ໂຄນ ແລະ ຢູ່ດ້ານລຸ່ມຂອງແຜ່ນໃບ . ໝາກມີໝາມ ແລະມີສອງປ່ຽງ.
ປະເພດພືດ : ໄມ້ຢືນຕົ້ນຂຽວຕະຫຼອດປີ ຂະໜາດນ້ອຍ, ສູງ 10 - 15 ແມັດ. ງ່າຕັ້ງຊັນຂຶ້ນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ເປືອກລຽບ, ສີນ້ຳຕານແຈ້ງ, ເປືອກນອກບາງ, ເປືອກໃນມີສີແດງ.
ງ່າ ແລະ ກິ່ງນ້ອຍ : ງ່າຮຽວຍາວ, ເປັນຮູບທໍ່ກົມ, ມີຂົນນຸ່ມລະອຽດ, ມີສີເງິນຫາ ສີນ້ຳຕານ ແກມສີອອກເຫຼືອງ, ມີຂົນອ່ອນທົ່ວໆ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກເປັນສີດຳ.
ໃບ : ໃບດ່ຽວ, ຈັບສະຫລັບ, ຂະໜາດ 7-15 X 5.5-10 ຊມ, ໃບອ່ອນເປັນຮູບໄຂ່, ໃບແກ່ເປັນຮູບສີ່ລ່ຽມຈ້ວຍ, ປາຍໃບມີຫາງຍາວ, ໂຄນໃບມົນ, ຂອບໃບເປັນແຂ້ວ ເລ່ືອຍ ມີຕ່ອມຢູ່ຕາມແຂ້ວເລ່ືອຍ, ດ້ານລຸ່ມມີສີຂຽວແກມ ສີນ້ຳເງີນ ພ້ອມມີຂົນ ຮູບດາວສັ້ນໆສີນ້ຳຕານອົມສີເຫຼືອງ ແລະ ມີຕ່ອມເປັນເມັດໆ, ດ້ານເທິງໃບ ມີຂົນຫ່າງໆ, ບາງຄັ້ງມີຕ່ອມນ້ຳຫວານສອງຕ່ອມຢູ່ໃກ້ກັບຈຸດຈັບຂອງກ້ານໃບ ຊຶ່ງແນມບໍ່ເຫັນແຈ້ງປານໃດ. ກ່າງກາງຮາບພຽງ ຢູ່ດ້ານເທິງ, ມີກ່າງ 3 ເສັ້ນ ອອກທີ່ໂຄນໃບ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ກ້ານໃບຮຽວຍາວ, ຍາວ 4 - 5 ຊມ, ມີຂົນອ່ອນນຸ່ມ ລະອຽດ. ຫູໃບ ຕັ້ງຂຶ້ນ ມີຂົນອ່ອນໆ ແລະ ຕົກລົ່ນໄວ.
ຊໍ່ດອກ / ດອກ : ດອກ ແຍກເພດຕ່າງຕົ້ນ, ຈັບຢູ່ຂ້າງກິ່ງ, ສີອອກເຫຼືອງຈືດ, ອອກ ເປັນຊໍ່ແບບຊໍ່ກະຈະ, ມີໃບຊ້ອນ ແລະ ໃບຊ້ອນຍ່ອຍ, ໃບຊ້ອນ ມີແສກເລິກ ແລະ ມີຮູບຮ່າງຄ້າຍຄືໃບ. ກ້ານດອກຍ່ອຍ ຍາວ 5 ມມ.
ໝາກ : ໝາກ ເປັນໝາກແຫ້ງໄຂໄດ້ແບບແຄບຊູນ, ມີສອງບິ້ງ, ຂະໜາດ 1.2 x 0.4 ຊມ, ມີໝາມສັ້ນ, ມີຂົນທີ່ຄັນຄາຍ, ກາບດອກຈັບທົນນານຢູ່ນຳໝາກ.
ແກ່ນ : ແກ່ນຮູບກົມ, ໜັງຊາມື, ມີສີດຳ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຢ່າງກ້ວາງຂວາງຕາມປ່າຂັ້ນສອງ ໃນກຸ່ມພືດທີ່ເກີດໃໝ່ກຸ່ມຕົ້ນໆ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດມ້ຽນມ້າ ເຂດຕຳ່, ກຳພູຊາ, ອິນເດັຍ, ອິໂດເນເຊັຍ (ເກາະຊູມາຕຼາ (ແມ່ແບບ), ເກາະບອກນຽວ), ແຫຼມມາເລເຊັຍ, ໄທ (ພາກກາງ, ພາກຕາວັນຕົກສ່ຽງໃຕ້ ແລະ ຕາວັນອອກສ່ຽງໃຕ້), ຫວຽດນາມ (ຕາວັນອອກສ່ຽງເໜືອ, ພາກກາງ ແລະ ພາກໃຕ້) ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ບໍ່ມີລາຍງານການນຳໃຊ້

ຕົວຢ່າງທີ່ໄດ້ສຶກສາ :
BT 704 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Tree Flora of Malaya. 1983. A manual for Foresters, Vol. 2. Forest Department, West Malaysia. Multiprint Services.
Flore Générale de l’Indochine. 1925. Vol. 5, Fasc. 4. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Kessler P.J.A. (ed.) 2000. Secondary forest trees of Kalimantan, Indonesia. MOFEC Tropenbos Kalimantan Series 3. The Netherlands.
Peter C. Van Welzen & Kongkanda Chayamarit. 2007. Flora of Thailand, Vol. 8, part 2.The Forest Herbarium, Royal Forest Department, Bangkok, Thailand.

Top of the page