Lithocarpus dealbata (Hook.f. & Thomson ex Miq.) Rehder - FAGACEAE

ຊ່ືພື້ນຖານ : Quercus dealbata Hook.f. & Thomson ex Miq.

ຊ່ືພ້ອງ : Lithocarpus tapintzensis A.Camus
Lithocarpus viridis Schottky
Pasania dealbata (Hook.f. & Thomson ex Miq.) Oerst.
Synaedrys dealbata (Hook.f. & Thomson ex Miq.) Koidz.

ຊ່ືພື້ນເມືອງເປັນພາສາລາວ : ກໍ່ຜົວະ Ko phoua; ກໍ່ແຂງ Ko kheng; ກໍ່ຂີ້ໝູ Ko khee Mou

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ເປືອກມີຮອຍແຕກເລັກນ້ອຍ, ເສັ້ນຂອງເປຶອກຢັ່ງເຂົ້າໃນເນີ້ອໄມ້. ດອກມີເພດແຍກພາຍໃນຕົ້ນດຽວ, ດອກຜູ້ຈັດເປັນຊໍ່ຢ່ອນຄ້າຍ ຮວງ, ດອກແມ່ບໍ່ມີກ້ານ ຈັດລຽງກັນເປັນຮວງດົກໜາ,ອອກທາງ ຂ້າງ ຫຼື ຢູ່ຕາມກິ່ງເກືອບປາຍໆ. ໝາກເປັນໝາກແຫ້ງ ເປືອກ ແຂງເມັດ ດຽວ (ໝາກກໍ່), ຜົ້ງໝາກຫຸ້ມເອົາ 1/2 ຫາ 2/3 ຂອງໝາກ, ມີຂົນຢູ່ປາຍເລັກນ້ອຍ.
ປະເພດພືດ : ໄມ້ຢືນຕົ້ນ ໃບຂຽວຕະຫລອດປີ ສູງເຖິງ 30 ມ., ມີເສັ້ນລັດສະໝີ 45 -100 ຊມ. ງ່າຕັ້ງຊັນຂື້ນທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກລຽບ, ມີຮອຍແຕກເລັກນ້ອຍ, ເປືອກມີສີນ້ຳຕານ ຫລື ສີຂີ້ເຖົ່າ ຫາສີນ້ຳຕານເຂັ້ມ, ເປືອກໃນ ມີສີອອກເຫລືອງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ສີນ້ຳຕານ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບດ່ຽວ, ອອກສະຫລັບ ແລະ ກ້ຽວວຽນ, ຂະໜາດ 14-18 X 6-7,5 ຊມ., ຮູບ ຂອບຂະໜານ ຫລື ຮູບຂອບຂະໜານແກມຮູບສ້ວຍ ຫລື ຮູບຂອບຂະໜານປິ້ນ, ປາຍໃບ ສ້ວຍມຸມເຫວີ , ສ້ວຍແຫລມເປັນຕິ່ງ, ກົກໃບສ້ວຍແຫຼມ ຫລື ຮຽວແ;ຼມ, ຂອບໃບລຽບ, ແຜ່ນໃບຫຍາບຄືແຜ່ນໜັງ ຫາ ແຂງ, ໃບອອ່ນມີ ຂົນສັ້ນໆ ປົກຄຸມຢູ່ດ້ານລຸ່ມ, ເມື່ອແກ່ແລ້ວ ກ້ຽງ ບໍ່ມີຂົນ ຢູ່ທັງສອງດ້ານ. ກ່າງກາງ ເປັນ ຮ່ອງຕາມລວງຍາວຢູ່ດ້ານເທິງ, ກ່າງຂັ້ນ ໜຶ່ງມີເສັ້ນດຽວ, ເປັນກ່າງແບບ ຂົນນົກ, ກ່າງຂັ້ນສອງສະຫຼຽງ ໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫຼຽງ. ກ້ານໃບຍາວ ແລະ ກ້ຽງ ບໍ່ມີຂົນ.
ຊໍ່ດອກ / ດອກ : ກ້ານຊໍ່ດອກປົກຄຸມດ້ວຍຂົນສັ້ນ ສີນ້ຳຕານແກມສີອອກເຫຼືອງອ່ອນ. ດອກມີເພດແຍກພາຍໃນຕົ້ນດຽວ, ດອກຜູ້ ຈັດເປັນຊໍ່ຢ່ອນຄ້າຍຊໍ່ດອກ ບໍ່ມີກ້ານ ອອກຢູ່ປາຍກິ່ງ, ດອກແມ່ບໍ່ມີກ້ານ, ຈຸ້ມກັນເປັນຊໍດົກໜາ, ອອກຂ້າງກິ່ງ ຫຼື ຢູ່ປາຍໆ.
ໝາກ : ຊໍ່ໝາກແມ່ນປະເພດຮວງ ຈັດກັນແໜ້ນໜາ, ຜົ້ງໝາກ ບໍ່ມີກ້ານ, ມີ ໃບຊ້ອນດອກເຊື່ອມຕິດກັນ, ສ່ວນຫລາຍ ໝາກຕິດກັນຢູ່ຕີນ ຈຸ້ມລະ 3 ຫາ 5 ໝາກ, ຜົ້ງໝາກ ຫຸ້ມເອົາໝາກໄວ້ 1/2 ຫາ 2/3, ໂດຍທົວ່ໄປ ໃບຊ້ອນດອກ ມີຮູບສາມລ່ຽມ, ແປເຂົ້າ ແລະ ເລ່ືອນເຕັງກັນ, ມີແຕ່ຈຳ ນວນໜ້ອຍໜຶ່ງຊີ້ໄປທຸກທິດ, ໝາກອ່ອນມີສີອອກຂຽວ. ເປັນໝາກແຫ້ງເປືອກແຂງເມັດດຽວ, ຂະໜາດ1.9-2.0 x 1-1.8 ຊມ., ຮູບກົມແປລົງຢູ່ປາຍ ຫາຮູບເກືອບກົມ ຫຼື ຫຼື ຮູບໝາກຂ່າງ.
ແກ່ນ : ແກ່ນມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ແຜ່ກະຈາຍໃນປ່າປະສົມ, ປົກກະຕິ ມັນ ມັກຢູ່ຮ່ວມກັບພືດຕະກຸນໄມ້ກໍ່. ລະດູອອກດອກ: ເດືອນກັນຍາ ຫາ ທັນວາ; ອອກໝາກ ເດືອນ ເມສາ ຫາ ເດືອນ ພະຈິກໃນປີຕໍ່ມາ.

ເຂດແຜ່ກະຈາຍພັນ :

ພົບເຫັນຢູ່ປະເທດ ບູຖານ, ມ່ຽນມ້າ (ພາກຕາວັນອອກສ່ຽງເໜືອ), ຈີນ, ອິນເດັຍ( ແມ່ແບບ), ໄທ (ພາກເໜືອ, ພາກເໜືອຕາວັນ ອອກສ່ຽງເໜືອ ແລະ ພາກຕາເວັນຕົກສ່ຽງໃຕ້) , ຫວຽດນາມ ແລະ ລາວ (ແຂວງຄຳມ່ວນ, ສາລາວັນ ແລະ ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນໄມ້ເນື້ອແຂງ, ບາງຄັ້ງ ມີການນຳໃຊ້ປຸກສ້າງ ແຕ່ເຮັດຍາກຫຼາຍ. ໝາກກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 194 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1929. Vol.5, Fasc. 8-10. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Chamlong Phengklai et al.. 1984. Fagaceae of Thailand. BRT, The Thai Response to Biodiversity.
Huang Chengjiu, Zhang Yongtian & Bruce Bartholomew. 1999. Flora of China, Vol. 4. Missouri Botanical Garden Press ( St.Louis).
Lehmann L., M. Greijmans and D. Shenman. 2003. Forests and trees of the central highlands of Xieng Khouang Lao PDR, A field guide. Lao Tree Seed Project, Vientiane, Laos.
Chamlong Phengklai. 2006. Thai Forest Bulletin, no 34. Bangkok, The Forest Herbarium.

Top of the page