Knema tenuinervia W.J.de Wilde - MYRISTICACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ກ້ານໃບອ່ອນມີຂົນປົກຫຸ້ມດົກໜາ ກວມເອົາໂຄນ ຂອງກ່າງກາງຂອງໃບ.
ປະເພດພືດ : ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 25 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກກ້ຽງ, ມີສີຂີ້ເຖົ່າເຂັ້ມ.
ງ່າ ແລະ ກິ່ງນ້ອຍ : ງ່າຢູ່ຕາມລວງນອນ. ກິ່ງງ່າກົມ ຫລື ບາງຄັ້ງເປັນລ່ຽມ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ໄຫຼອອກມີສີແດງ.
ໃບ : ໃບດ່ຽວ, ຈັບສະຫລັບກັນ ໃນແຜ່ນພຽງດຽວ, ແຜ່ນໃບຮູບຂອບຂະໜານ ຫາຮູບໃບຫອກ , ປາຍໃບສ້ວຍແຫຼມເປັນຕິ່ງ, ຖານໃບມົນ, ຂອບໃບລຽບ, ມີຂົນແບ່ງເປັນຫຼາຍຕິ່ງຢັ່ງຢາຍຢູ່ດ້ານລຸ່ມ. ຢູ່ເສັ້ນນອນ. ບໍ່ມີຫູໃບ .
ຊໍ່ດອກ / ດອກ : ດອກ ມີຈຳນວນບໍ່ຫຼາຍປານໃດ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ຂ້າງ, ຕາມກິ່ງກ້ານອອ່ນ, ດອກມີເພດດຽວ, ຕ່າງຕົ້ນ, ກ້ານດອກ ຍາວເຖິງ 3 ມມ.
ໝາກ : ໝາກແຫ້ງໄຂໄດ້ແບບແຄບຊູນ, ຂະໜາດເສັ້ນຜ່າກາງ ເຖິງ 4 ຊມ, ປືອກເປັນຄືແຜ່ນໜັງ, ແຕກອອກເປັນສອງ ສ່ວນເມື່ອສຸກແລ້ວ.
ແກ່ນ : ແກ່ນ ມີ 1 ເມັດ ມີ ເຍື່ອຫຸ້ມ ຊຶ່ງແບ່ງເປັນສ່ວນຢູ່ປາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບແບບກະແຈກ ກະຈາຍ ໃນປ່າດົງດິບ ເຂດພູບ່ອນສູງເຖິງ 1000 ມ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ໄທ ແລະ ລາວ ( ແຂວງ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ ຍັງບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 520, LAO 200, LAO 201 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
de Wilde, W.J.J.O. 1979. New account of the genus Knema (Myristicaceae). Blumea 25: 405.

Top of the page