English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ລຳຕົ້ນຊື່ ມີປີກຮາກສູງ, ເປືອກລຳຕົ້ນມີຕູດ, ເນື້ອໄມ້ມີ ສີອອກແດງ. ໃບສີຂຽວອ່ອນ, ກ້ານໃບເຊື່ອມເປັນແຜ່ນດຽວ ກັບແຜ່ນໃບ, ໜ້າໃບເຫຼື້ມ, ກ່າງໃບຂັ້ນສອງແຕກແໜງ ເຫັນຊັດ ຢູ່ສ່ວນໃກ້ໆແຄມໃບ. |
ປະເພດພືດ : | ເປັນໄມ້ຢືນຕົ້ນ ສູງເຖິງ 40 ແມັດ, ເສັ້ນຜ່າໃຈກາງ 80 ຊມ, ມີພືງຮາກໃຫຍ່ ແລະ ສູງເຖິງ 5 ແມັດ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນມັກປຸ້ງຢູ່ໂຄນ. ເປືອກມີຮອຍແຕກຕື້ນໆ ແລະ ມີຕູດ, ເປືອກມີສີອອກຂາວ ຫຼືສີອອກຂາວແກມສີຂີ້ເທົ່າ, ເປືອກໃນສີອອກແດງ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງນ້ອຍເປັນຮູບທໍ່ກົມ, ລຽບ ຫຼືມີຮອຍຮ່ຽວ ຊາມື, ບໍ່ມີຂົນ, ເວລາແຫ້ງ ໃບມີສີນ້ຳຕານອອກດຳ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບດ່ຽວ ຈັບສະຫຼັບແລະ ວຽນກັນຂື້ນ, ຂະໜາດ 6-9 x 2,5-4,5 ຊມ, ເວລາໃບແຫ້ງ ເປັນສີນ້ຳຕານແກມເຫຼືອງ ຫາສີນ້ຳຕານແກມສີໂຊໂກເລດ, ໃບເປັນ, ຮູບຮີ ຫຼືຮູບໄຂ່, ປາຍໃບບໍ່ແຫຼມ, ໂຄນໃບມົນ ຫຼືແຫຼມ, ຂອບໃບລຽບ, ແຜ່ນໃບເປັນຄືແຜ່ນໜັງ, ກ້ຽງ, ດ້ານເທິງຂອງໃບເຫຼື້ອມ, ກ້ານໃບເຊື່ອມຕິດເປັນແຜ່ນດຽວກັບແຜ່ນໃບ. ເສັ້ນກ່າງກາງເປັນຣ່ອງຕາມລວງຍາວ ຢູ່ດ້ານເທີງຂອງໃບ, ເສັ້ນກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ເສັ້ນກ່າງຂັ້ນສອງ ສະຫຼຽງໃຫ້ເສັ້ນກ່າງກາງ, ຂະໜານກັນຫ່າງໆ ແລະ ແຕກແງ່ມ ຢູ່ບໍລິເວນ ຂອບໃບ. ກ່າງໃບຂັ້ນສາມເປັນຕານ່າງລະອຽດ. ກ້ານໃບ ໄຄ່ເລັກນ້ອຍຢູ່ທີ່ໂຄນ. |
ຊໍ່ດອກ / ດອກ : | ດອກ ມີສອງເພດ, ຈັດກັນຊໍ່ກະຈຸກ, ຈັບຢູ່ປາຍຍອດ ແລະ ອອກດ້ານຂ້າງ. ກ້ານດອກຍາວກວ່າ 0.5 ຊມ. |
ໝາກ : | ໝາກແມ່ນໝາກແຫ້ງແຕກເອງໄດ້ແບບແຄບຊູນ, ຍາວ 3-4 ຊມ, ແຕກເປັນ 10 ຫ້ອງ, ໝາກແຂງ. |
ແກ່ນ : | ແກ່ນຍາວ 1,5 ຊມ, ມີປີກ ແລະ ສັນ ຕາມລວງຍາວ. |