English   Lao   
ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ
ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : | ໄມ້ຢືນຕົ້ນຂຽວຕະຫຼອດປີ, ລຳຕົ້ນເປັນທໍ່ກົມ, ເປືອກກ້ຽງ, ກິ່ງງ່າບໍ່ມີຂົນ. ໃບປະສົມປາຍຄູ່, ໃບຍ່ອຍຈັບພາບ, 2-6 ຄູ່, ໂຄນໃບສະຫຼຽງ, ຂຸມແມງບໍ່ມີຂົນ. ດອກມີເພດແຍກຢູ່ຕ່າງຕົ້ນ, ອອກທາງຂ້າງ, ສີເຫຼືອງແກມສີອອກຂຽວ. ໝາກເປັນໝາກແຫ້ງ ໄຂໄດ້ແບບແຄບຊູນ, ບິ້ງໝາກແບ່ງເລິກ. ແກ່ນຈຳນວນ, ມີເຍື່ອຫຸ້ມສີສົ້ມ. |
ປະເພດພືດ : | ໄມ້ຢືນຕົ້ນ ຂຽວຕະຫລອດປີ ສູງເຖິງ 35 ມ. |
ລຳຕົ້ນ ແລະ ເປືອກ : | ລຳຕົ້ນຊື່, ປັຸ້ງທີ່ໂຄນເລັກນ້ອຍ. ເປືອກສີນ້ຳຂີ້ເຖົ່າ, ກ້ຽງ ຫຼື ມີຊ່ອງອາກາດ ເລັກນ້ອຍ. |
ງ່າ ແລະ ກິ່ງນ້ອຍ : | ກິ່ງງ່າກົມມົນ, ມີຂົນ. |
ທາດແຫຼວທີ່ລະບາຍອອກ : | ບໍ່ມີທາດແຫຼວລະບາຍອອກ. |
ໃບ : | ໃບປະສົມ ແບບຂົນນົກ ປາຍຄູ່, ອອກສະຫລັບ ແລະ ກ້ຽວວຽນ, ບິ້ງໃບມີຮູບໄຂ່ ແຄບ ຫາຮູບສ້ວຍ , ປາຍໃບສ້ວຍແຫຼມ , ກົກໃບບ້ຽວ ມັກຈະມີ ຂຸມແມງ. ກ່າງ ກາງ ຮາບພຽງ ຢູ່ດ້ານເທິງ, ກ່າງໃບ ຂັ້ນສອງສະຫຼຽງ ໃຫ້ກ່າງກາງ, ຂະໜານ ກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ບໍ່ມີຫູໃບ. |
ຊໍ່ດອກ / ດອກ : | ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ຂ້າງກິ່ງ, ບ່ອນທີ່ບໍ່ມີໃບ, ດອກມີ ເພດດຽວ, ກ້ານດອກ ຍາວເຖິງ 3 ມມ. |
ໝາກ : | ໝາກແຫ້ງໄຂໄດ້ແບບແຄບຊູນ ມີຂະໜາດເສັ້ນຜ່າກາງ ຍາວເຖິງ 6.5 ຊມ, ແບ່ງເປັນບິ້ງເລິກ. |
ແກ່ນ : | ແກ່ນ ມີ 2 ຫາ 4 ເມັດ, ມີ ເຍື່ອຫຸ້ມຢູ່ທີ່ໂຄນ. |