Gluta tavoyana Wall. ex Hook.f. - ANACARDIACEAE

ຊ່ືພ້ອງ : Gluta benghas L.
Melanorrhoea usitata Wall.

ຊ່ືພື້ນເມືອງເປັນພາສາລາວ : ນຳ້ກ້ຽງດົງ Nam kieng dong

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ຕົ້ນມີນ້ຳຢາງຄັນ, ສີຂາວ ຊຶ່ງປ່ຽນເປັນສີດຳຫຼັງຈາກໄຫຼອອກ ໃນໄລຍະເວລາສັ້ນໆ. ດອກມີເພດຮ່ວມ. ໝາກແມ່ນໝາກ ເນື້ອມີແກນ.
ປະເພດພືດ : ເປັນໄມ້ຢືນຕົ້ນ, ສູງເຖິງ 15 ແມັດ, ໃບຂຽວຕະຫຼອດປີ ແລະ ຢາງກໍ່ໃຫ້ເກີດຄັນຄາຍ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊ່ື. ເປືອກໄມ້ເປັນເກັດໆ, ມີສີໝົ່ນແກມຂາວ, ສີອອກແດງ, ເປືອກນອກອອກສີແດງຊ້ຳ, ເປືອກໃນໃກິຄຽງສີແດງອ່ອນ.
ງ່າ ແລະ ກິ່ງນ້ອຍ : ງ່າ ແລະ ກິ່ງນ້ອຍ ມີຂົນບົ່ວທົ່ວໆ ໃນຂະນະທີ່ງ່າແກ່ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກໜຽວ, ເຮັດໃຫ້ຄັນຄາຍ ແລະປ່ຽນເປັນສີດຳຢ່າງໄວວາ..
ໃບ : ໃບດ່ຽວ ຈັບສະຫຼັບ, ຂະໜາດ 6-15 x 2- 4.5 ຊມ, ຮູບສ້ວຍ ຫຼື ຮູບ ຂອບ ຂະໜານ, ປາຍໃບສ້ວຍແຫຼມ, ໂຄນໃບ ຮຽວແຫຼມຄືຫຼີ້ມ ແລະ ຮຽວແຫຼມ. ກ້ານໃບ ແປ, ກ້ຽງ ບໍ່ມີຂົນ. ຂອບໃບ ລຽບ, ເປັນຄື້ນໆ. ກ່າງກາງ ສວດຂຶ້ນ ຢູ່ດ້ານເທິງ ຂອງໃບ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ມີ 11-15 ຄູ່, ກ່າງຂັ້ນ ສາມ ຈັດເປັນຕານ່າງ ເຫັນທັງສອງດ້ານ. ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກ ຈັດເປັນຊໍ່ແຕກແໜງ ອອກຢູ່ປາຍ ຫຼື ຢູ່ຂ້າງກ່ິງ, ແມ່ນດອກມີເພດຮ່ວມ, ກ້ານດອກຍ່ອຍສັ້ນ, ໃບຊ້ອນຊໍ່ດອກ ແລະ ໃບຊ້ອນດອກ ລົ່ນໄວ.
ໝາກ : ໝາກ ແມ່ນໝາກມີແກນ, ຂະໜາດ 3 - 4 x 2 ຊມ, ຮູບກົມມົນ, ມີກ້ານສັ້ນ, ເວລາຍັງອ່ອນ ອອກສີເຫຼືອງ ແກມສີອອກຂຽວ ແລະ ໝາກກ້ຽງບໍ່ມີຂົນເວລາມັນສຸກ.
ແກ່ນ : ມີແກ່ນ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນ ປ່າຊຸດໂຊມ ບ່ອນທີ່ສູງເຖິງ 500 ແມັດ, ມີຕົ້ນແປກ ສອງໃບ ເປັນຊະນິດພືດທີ່ເດັ່ນໃນບ່ອນນັ້ນ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ມ່ຽນມ້າ, ກຳພູຊາ, ຈີນ, ມາເລເຊັຍ, ໄທ, ຫວຽດນາມ, ແລະ ຢູ່ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ການນຳໃຊ້ບໍ່ເປັນທີ່ຮູ້ຈັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 141 and BT 233 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Tardieu-Blot.1962. Anacardiaceae. Flore du Cambodge, du Laos et du Viêtnam. Vol. 2. Muséum national d'histoire naturelle, Paris, France.
Tree Flora of Malaya, 1978. A manual for Foresters, Vol. 4. Forest Department, West Malaysia. Multiprint Services.

Top of the page