Gironniera subaequalis Planch. - ULMACEAE

ຊ່ືພື້ນເມືອງເປັນພາສາລາວ : ກົກຂີ້ຫມູ Kok khi mou

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຂຽວຕະຫລອດປີ, ເປືອກເປັນເສັ້ນໆ. ໃບດ່ຽວ, ຈັບສະຫຼັບ. ຫູໃບຢູ່ລະຫວ່າງກ້ານໃບ, ເປັນກາບໂອບ ເວລາລົ່ນປະຮອບອ້ອມຮອບກິ່ງ. ດອກມີເພດແຍກ ພາຍໃນຕົ້ນດຽວ. ໝາກເປັນໝາກເນື້ອມີແກນ, ສີແດງອົມສົ້ມ ເວລາສຸກ ແລະ ມີວົງກາບ ແລະ ຄໍເຕົ້າໄຂ່ 2 ອັນຍັງຄົງເຫຼືອ ຢູ່ປາຍໝາກ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບຂຽວຕະລອດປີ ສູງເຖິງ 20 ແມັດ, ເສັນຜ່າກາງຂອງລຳຕົ້ນລະດັບເອິກ ປະມານ 25 ຊັງຕີແມັດ. ມີຮາກພຶງ
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ເປັນທໍ່ກົມ, ເປືອກລຽບ ຫາເປືອກມີຮອຍແຕກຕາມລວງຍາວ ຢ່າງລະອຽດ, ສີຂີ້ເຖົ່າ, ເປືກໃນ ເປັນເສັ້ນໃຍ, ສີສົ້ມອົມສີອອກເຫຼືອງ, ມອກໄມ້ສີເຫລືອງອ່ອນ, ມີຊ່ອງອາກາດ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນທໍ່ກົມ, ກ້ຽງ ບໍ່ມີຂົນ. ກິ່ງນ່ອຍມີ ຕາຍອດຮູບສາມລ່ຽມ ຢູ່ປາຍ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ
ໃບ : ໃບດ່ຽວ, ຈັບສະຫລັບ, ແຜ່ນໃບຮູບຮີ, ຂະຫນາດ 5-15 x 2-7 ຊມ., ປາຍໃບສ້ວຍ ແຫລມເປັນຕິ່ງ, ກົກໃບສ້ວຍແຫລມ ແລະ ບ້ຽວ, ຂອບໃບລຽບຢູ່ກົກໃບຫາກາງ ໃບ, ຢູ່ສ່ວນປາຍ ຂອບໃບເປັນແສກແຂ້ວເລ່ືອຍຖ່ີແລະ ມີຈຸດ ຄ້າຍຄືຕ່ອມຈັບຕາມ ແຄມໃບ. ໃບອ່ອນມີສີອອກນ້ຳຕານ, ກ້ຽງ ບໍ່ມີຂົນທັງສອງດ້ານ, ແຕ່ມີຂົນປົກຄຸມ ຢູ່ບໍລິເວນກ່າງກາງ ແລະ ກ່າງຂັ້ນສອງ ຢູ່ດ້ານລຸ່ມໃບ. ກ່າງຂັ້ນໜຶ່ງເປັນ ເສັ້ນ ດ່ຽວ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ມີ 9-12 ຄູ່, ກ່າງຂັ້ນສາມສະຫຼຽງ. ກ້ານໃບຍາວ 5-10 ມມ, ມີຂົນປົກຄຸມ. ຫູໃບເລ່ືອນເຕັງກັນ ແລະ ຫຸ້ມເອົາຕາຍອດ ທີ່ຢູ່ປາຍ, ປະຮອຍໃບອ້ອມຮອບຂໍ້ຢູ່, ຫູໃບມີຂົນ.
ຊໍ່ດອກ / ດອກ : ດອກຈັດ ເປັນຊໍ່ດອກມີກ້ານ, ອອກຢູ່ຂດ້ານຂ້າງກິ່ງ, ຍາວປະມານ 6 ຊມ, ມີຂົນປົກຄຸມ, ກ້ານດອກຍ່ອຍສັ້ນ ປະມານ 3 ມມ, ດອກຜູ້ ແລະ ດອກແມ່ມີສີຂຽວແກມສີອອກເຫລືອງ.
ໝາກ : ໝາກເນື້ອມີແກນ, ຮູບກົມສ້ວຍ ຫາ ຮູບໄຂ່, ສີຂຽວແກມສີອອກເຫລືອງ, ຜິວກ້ຽງ ບໍ່ມີຂົນ, ເສັ້ນຜ່າກາງປະມານ 0.5 ຊມ, ກາບດອກ ແລະ ຄໍເຕົ້າໄຂ່ 2 ອັນ ທົນນານ ຢູ່ປາຍຂອງໝາກ.
ແກ່ນ : ມີພຽງເມັດດຽວ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເກີດຢູ່ໃນປ່າເຄິ່ງດົງດິບ ຫຼື ປ່າຊຸ່ມ ແຕ່ລະດັບຄວາມສູງ 400 ຫາ 600 ມ.

ເຂດແຜ່ກະຈາຍພັນ :

ພົບໃນປະເທດ ມ່ຽນມ້າ, ກຳພູຊາ, ຈີນ, ມາເລເຊັຍ, ໄທ, ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ນຳໃຊ້ໃນການປູກສ້າງ ແລະ ເຮັດຟືນ.

ຕົວຢ່າງທີ່ໄດ້ສຶກສາ :
BT 569 and Lao 27 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Kessler P.J.A. (ed.) 2000. Secondary forest trees of Kalimantan, Indonesia. MOFEC Tropenbos Kalimantan Series 3. The Netherlands.

Top of the page