Fraxinus floribunda Wall. - OLEACEAE

ຊ່ືພື້ນເມືອງເປັນພາສາລາວ : ກະເຈືອ Ka chua

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ.ກິ່ງງ່າຮູບ 4 ລ່ຽມ, ຕາດອກ ມີສີດຳ. ໃບປະສົມປາຍຄີກ. ໃບ ແລະ ໃບຍ່ອຍ ຈັບພາບ, ບິ້ງໃບ 3 ຄູ່, ແຄມໃບເປັນແຂ້ວເລ່ືອຍ. ຊໍ່ດອກ ອອກຢູ່ປາຍ, ດອກສີຂາວ, ມີເພດດ່ຽວຢູ່ຕ່າງຕົ້ນ. ໝາກແມ່ນແຫ້ງໄຂບໍ່ໄດ້ມີປີກ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບໄລຍະສັ້ນໆ ສູງເຖິງ 25 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ບາງຄັ້ງ ກໍ່ເນີ້ງ, ເປືອກມີສີນ້ຳຕານຊ້ຳ, ມີຮອຍແຕກເລິກ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າຮູບສີ່ລ່ຽມ, ກ້ຽງ ບໍ່ມີຂົນ, ໄຄ່ທ່ີຂໍ້.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມ ແບບຂົນນົກປາຍຄີກ , ຈັບພາບກັນ, ບິ້ງໃບເປັນຮູບໄຂ່ ຫາຮູບຮີ, ປາຍໃບສ້ວຍແຫຼມເປັນຕິ່ງຫາເປັນຫາງຍາວ, ຖານໃບສ້ວຍແຫຼມ, ຂອບໃບ ເປັນແຂ້ວເລ່ືອຍຖີ່ໆ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງຂັ້ນສອງ ສະຫຼຽງ ມຸມເຫວີ, ຂະໜານກັນຫ່າງໆ, ກ່າງຂັ້ນສາມຈັດເປັນຕາໜ່າງ. ບໍ່ມີ ​ຫູໃບ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ປາຍຍອດ, ດອກອອກພ້ອມໆກັບໃບອ່ອນ, ດອກມີ ເພດດຽວ, ຕ່າງຕົ້ນ, ກ້ານດອກ ຍາວບໍ່ເກີນ 0.3 ເຊັນ.
ໝາກ : ໝາກແຫ້ງໄຂບໍ່ໄດ້ມີປີກ, ຍາວເຖິງ 3.5 ຊມ, ມີ ປີກຢູ່ສົ້ນໜຶ່ງ.
ແກ່ນ : ແກ່ນ ມີ 1 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດ ທີ່ມີໜ້ອຍໃນປ່າດົງດິບ ພູ, ມັກຢູ່ຕາມແຄມແມ່ນ້ຳ.

ເຂດແຜ່ກະຈາຍພັນ :

ພົບ​ຢູ່​ປະ​ເທດອັຟການີສະຖານ, ປາກີດສະຖານ, ຜ່ານຮີມະໄລ ຫາ ພາກເໜືອ ຂອງ​ປະ​ເທດ​ມ່ຽນມ້າ ​ແລະ ລາວ ( ​ແຂວງ ຄຳມ່ວນ, ຈຳປາສັກ ແລະ ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຣັດໄຖ ແລະໄມ້ພາຍເຮືອ, ນຳຢາງທີ່ອອກຢູ່ລຳໃຊ້ເປັນນ້ຳຕານທຽມ.

ຕົວຢ່າງທີ່ໄດ້ສຶກສາ :
BT 514, BT 918, LAO 1255, LAO 1489 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page