Ficus glandulifera (Wall. ex Miq.) King - MORACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຫຼົ່ນຕາມລະດູການ, ລຳຕົ້ນມີຮາກພຶງ, ເປືອກລຽບ. ກິ່ງງ່າອ່ອນມີຂົນ ນຸ້ມ ສີນ້ຳຕານ. ທາດແຫຼວທີ່ລະບາຍອອກໜຽວ, ເປັນນ້ຳ, ສີຂາວແກມສີອອກເຫຼືອງ. ໃບດ່ຽວ, ຈັບສະຫຼັບ. ຫູໃບອອກຢູ່ຈາກສອກຂອງກ້ານໃບ, ເປັນກາບຫູ້ມ. ໝາກເປັນໝາກເດື່ອ.
ປະເພດພືດ : ໄມ້ຢືນຕົ້ນໃບຫຼົ່ນຕາມລະດູການ ສູງເຖິງ 25 ແມັດ. ປາຍຍອດແຜ່ກາງອອກ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນ ມີຮາກພຶງ. ເປືອກລຽບ, ສີແດງອົມສີອອກນ້ຳຕານຈືດ, ມີຮອຍແຕກລະອຽດ, ເປືອກດ້ານໃນໜາປະມານ 0.5 ຊມ, ມີສີອອກເຫຼືອງອ່ອນ, ເນື້ອໄມ້ສີເຫຼືອງ. ມີຕູດນ້ອຍ, ສີນ້ຳຕານອ່ອນ.
ງ່າ ແລະ ກິ່ງນ້ອຍ : ກິ່ງນ້ອຍ ເປັນທໍ່ກົມ, ມີຂົນອ່ອນຍາວ ດົກໜາ ຫາມີຂົນບາງໆ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວໄຫຼອອກມາເປັນນ້ຳໜຽວ, ສີຂາວແກມສີອອກເຫຼືອງ.
ໃບ : ໃບດ່ຽວ, ຈັບສະຫຼັບ, ຮູບຂອບຂະໜານແກມຮູບສ້ວຍ ຫາຮູບໄຂ່, ຂະໜາດ- 6-16 x 3.5-8 ຊມ, ປາຍໃບແຫຼມເປັນຕິ່ງ, ຂ້ອນຂ້າງເປັນຮູບຫົວໃຈເຖິງຮູບມົນ, ຢູ່ດ້ານລຸ່ມ ມີຂົນສີນ້ຳຕານ ຢາຍຕາມກ່າງໃບ, ຂອບໃບລຽບ. ກ່າງກາງໃບຮາບພຽງ, ກ່າງໃບຂັ້ນໜື່ງເປັນກ່າງດ່ຽວ, ກ່າງຂັ້ນສອງມີ 5-9 ຄູ່, ສະຫຼຽງ, ກ່າງຂັ້ນສາມສະຫຼຽງ. ກ້ານໃບຍາວ 1-2 ມມ, ຮູບທໍ່ກົມ, ມີຂົນ. ຫູໃບ ອອກຢູ່ໃນສອກຂອງກ້ານໃບ, ມີຂົນສີນ້ຳຕານ, ລົ່ນໄວ, ເປັນກາບຫຸ້ມ, ມີຮ່ອງຮອຍຂອງຫູໃບເປັນຮູບວົງແຫວນ.
ຊໍ່ດອກ / ດອກ : ຊໍ່ດອກ ໝາກເດື່ອ, ອອກຢູ່ຂ້າງກິ່ງ, ໂດຍປົກກະຕິຈະອອກເປັນຄູ່, ເສັ້ນຜ່າໃຈກາງ 07-1 ຊມ, ກ້ານດອກຍ່ອຍຍາວເຖິງ 1.3 ມມ. ດອກມີເພດແຍກ.
ໝາກ : ໝາກສຸກມີ ສີແດງແກມສີເຫຼືອງ.
ແກ່ນ : ມີເມັດຈຳນວນຫລາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປຢູ່ຕາມປ່າດົງດິບ ແລະ ໃນປ່າທີ່ຖືກລົບກວນແລ້ວ.

ເຂດແຜ່ກະຈາຍພັນ :

ມີຢູ່ ອິນໂດຈີນ, ໃນປະເທດມາເລເຊຍ ເຖິງ ນິວກີນອີ, ໄທ ແລະລາວ.

ຕົວຢ່າງທີ່ໄດ້ສຶກສາ :
BT 801 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Berg, C.C. & E.J.H. Corner. 2005. Moraceae in Flora Malesiana 17/2: 109.

Top of the page