Erythrina subumbrans (Hassk.) Merr. - PAPILIONACEAE

ຊ່ືພື້ນຖານ : Hypaphorus subumbrans Hassk.

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນທອງ Ton Thong

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ລຳຕົ້ນ ແລະ ງ່າ ມີໜາມ. ໃບປະສົມ 3 ບິ້ງ, ກ່າງຂັ້ນໜ່ຶງ 3 ເສັ້ນໄປແຕ່ໂຄນ. ດອກໃຫຍ່, ຮູບດອກໝາກ ຖົ່ວ, ສີຮຸ່ງສົດໃສ. ໝາກແມ່ນຝັກແປໆ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບ ສູງເຖິງ 35 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກສີຂີ້ເຖົ່າ ຫຼື ສີຂຽວແກມສີຂີ້ເຖົ່າ, ເປືອກກ້ຽງ, ອ່ອນ ແລະ ມັກມີໜາມຢູ່ປາຍກິ່ງ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມ ສາມບິ້ງ , ຈັບສະຫລັບກັນ ແລະ ກ້ຽວວຽນ, ບິ້ງໃບເປັນຮູບໄຂ່ກ້ວາງ, ປາຍໃບແຫຼມ, ຖານໃບມົນ, ແຄມໃບລຽບ. ກ່າງຂັ້ນໜ່ຶງ 3 ເສັ້ນໄປແຕ່ໂຄນ, ກ່າງ ຂັ້ນສອງ ແລະ ຂັ້ນສາມສະຫຼຽງໃຫ້ກ່າງກາງ. ​ຫູໃບ ຕົກຫລົ່ນໄວ.
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ປາຍຍອດ, ດອກມີເພດຣ່ວມ, ກ້ານດອກ ຍາວກ່ວາ 0.5 ເຊັນ.
ໝາກ : ໝາກຍາວເຖິງ 10 ຊມ, ແປ, ແຕກ ອອກເປັນສອງສ່ວນເມື່ອສຸກແລ້ວ.
ແກ່ນ : ແກ່ນ ມີ 1 ຫາ 3 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດທີ່ພົບທົ່ວໄປໃນ ປ່າປ່ຽນໃບ ທີ່ບໍ່ຖືກລົບກວນ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ມ່ຽນມ້າ, ອິນ​ໂດ​ເນ​ເຊັຍ , ອິນໂດຈີນ, ມາລາເຊັຍ, ​ເມ​ລາ​ເນ​ເຊັຍ, ສີລັງກາ, ໄທ, ​ແລະ ລາວ ( ແຂວງຄຳມ່ວນ, ຫຼວງພະບາງ, ສາລາວັນ,ວຽງຈັນ ແລະ ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນໄມ້ປະດັບ

ຕົວຢ່າງທີ່ໄດ້ສຶກສາ :
BT 923 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page