Engelhardtia spicata Blume - JUGLANDACEAE

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນແປ້ງ, ຕົ້ນພາວ Ton peng, Ton Phao

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຮອຍແຕກ. ໃບປະສົມ, ບິ້ງໃບ ຈັບພາບ. ດອກມີເພດແຍກພາຍໃນຕົ້ນດຽວ, ຂະໜາດນ້ອຍ. ໝາກແມ່ນໝາກເປືອກແຂງໄຂບໍ່ໄດ້ ມີປີກ.
ປະເພດພືດ : ໄມ້ຢືນຕົ້ນ ຜັດປ່ຽນໃບ ສູງເຖິງ 20 ມ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່. ເປືອກສີຂີ້ເຖົ່າ ຫຼື ສີນ້ຳຕານ ແກມສີຂີ້ເຖົ່າ, ເປືອກມີຮອຍແຕກເລິກ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງ ບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມ ແບບຂົນນົກ ປາຍຄີກ ຫຼື ປາຍຄູ່, ອອກສະລັບ ແລະ ກ້ຽວວຽນ, ບິ້ງໃບມີຮູບໄຂ່ແຄບ ຫຼື ຮູບສ້ວຍ ທີ່ມີຕ່ອມສີເຫລືອງເປັນຈຸດໆ, ຂອບໃບກ້ຽງ.​ ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ, ກ່າງຂັ້ນສອງ ສະຫຼຽງມຸມເຫວີໃຫ້ກ່າງກາງ, ກ່າງຂັ້ນສາມຈັດເປັນຕາໜ່າງ. ບໍ່ມີຫູໃບ .
ຊໍ່ດອກ / ດອກ : ດອກ ມີຈຳນວນຫຼາຍ, ຈັດລຽງເປັນຊໍ່ດອກ ຊຶ່ງອອກຢູ່ຂ້າງກິ່ງ , ບ່ອນ ທີ່ບໍ່ມີໃບ, ແມ່ນດອກເພດດຽວ, ຢູ່ ຕົ້ນດຽວກັນ, ກ້ານດອກຍ່ອຍ ຍາວເຖິງ 3 ມມ. ກ້ານດອກຍາວເຖິງ 3 ມມ.
ໝາກ : ໝາກເປືອກແຂງໄຂບໍ່ໄດ້, ຍາວເຖິງ 3.5 ຊມ, ມີ ປີກ ຢູ່ 3 ປີກ.
ແກ່ນ : ແກ່ນ ມີ 1 ເມັດ

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນພືດທີ່ບໍ່ພົບຫຼາຍປານໃດ ໃນປປ່າປ່ຽນໃບແລະ ປ່າດົງດິບ ທີ່ບໍ່ທັນຖືກລົບກວນ ແລະ ທີ່ ຖືກລົບກວນແລ້ວ.

ເຂດແຜ່ກະຈາຍພັນ :

ພົບຢູ່ປະເທດ ຈີນ (ໄຮນັງ), ອິນເດັຍ (ພາກເໜືອ), ມາເລເຊັຍ (ແຫຼມມາເລ ), ອິນໂດຈີນ, ອິນໂດເນເຊັຍ (ຊູມາຕຼາ, ຊາວາ, ບອກນຽວ, ເກາະເລເຊີຊູນດາ), ຟີລິບປິນ, ໄທ, ແລະ ລາວ (ແຂວງ ອັດຕະປື, ຄຳມ່ວນ, ຫຼວງພະບາງ, ສະຫວັນນະເຂດ, ໄຊຍະບູລີ ແລະ ຊຽງຂວາງ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນໄມ້ບໍ່ທົນທານ,ເປືອກໃຊ້ເຣັດສານໝັກໜັງໃຫ້ອ່ອນ.

ຕົວຢ່າງທີ່ໄດ້ສຶກສາ :
BT 824, LAO 182, LAO 287, LAO 318, LAO 902 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page