Ellipanthus tomentosus Kurz - CONNARACEAE

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ, ກິ່ງງ່າຍັງອ່ອນມີຂົນອ່ອນໆ. ໃບ ມີໃບຍອ່ຍໜື່ງໃບ, ຈັບສະຫຼັບ. ບໍມີຂຸມແມງ ແລະ ຫູໃບ. ດອກສົມບູນເພດ. ໝາກເປັນໝາກແຫ້ງໄຂໄດ້ແບບໂຟລິເກິນ.
ປະເພດພືດ : ໄມ້ຢືນຕົ້ນໃບຂຽວຕະຫຼອດປີ ສູງເຖິງ 20 ແມັດ.
ລຳຕົ້ນ ແລະ ເປືອກ : ເປືອກສີ ນ້ຳຕານ ແກມສີ ຂີ້ເົຖົ່າ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າເປັນຮູບທໍ່ກົມ, ກິ່ງງ່າຍັງອ່ອນມີຂົນອ່ອນໆສີນ້ຳຕານ ແກມສີເຫຼືອງ.
ທາດແຫຼວທີ່ລະບາຍອອກ : ບໍໍ່ມີທາດແຫຼວໄຫຼອອກມາ.
ໃບ : ໃບ ມີໃບຍອ່ຍໜື່ງໃບ, ຈັບສະຫຼັບ, ຮູບສ້ວຍແກມຮູບຂອບຂະໜານ ຂະໜາດ 10-22 x 3-7 ຊມ, ທາງດ້ານລຸ່ມຂອງໃບກ້ຽງ ບໍ່ມີຂົນ, ປາຍໃບສ້ວຍແຫຼມ ເຖິງ ແຫຼມເປັນຕິ່ງ, ກົກໃບມົນ ເຖິງ ສ້ວຍແຫຼມ. ກ່າງໃບຂັ້ນໜື່ງມີ 1 ອັນ, ກ່າງກາງ ຢູ່ດ້ານເທິງຂອງໃບເປັນຮ່ອງຕາມລວງຍາວ, ກ່າງໃບຂັ້ນສອງມີ 5-10 ຄູ່ສະຫຼຽງມຸມເຫວີ, ໂຄ້ງຈອດກັນຢູ່ແຄມໃບ, ກ່າງຂັ້ນສາມຈັດເປັນແບບດ່າງແຫ. ກ້ານໃບ ຍາວ 1-2 ຊມ, ຢູ່ທາງເທິງໂພງອອກເລັກນ້ອຍ, ມີຂົນອ່ອນໆ. ບໍໍ່ມີຂຸມແມງ ແລະ ຫູໃບ.
ຊໍ່ດອກ / ດອກ : ຊໍ່ດອກ ອອກດ້ານຂ້າງຍອດ ຫຼື ອອກຕາມລຳຕົ້ນ. ດອກສົມບູນເພດ, ດອກສີຂາວ, ກ້ານດອກຍອ່ຍ ສັ້ນກວ່າ 5 ມມ.
ໝາກ : ໝາກແຫ້ງໄຂໄດ້ແບບໂຟລິເກິນ.
ແກ່ນ : ແກ່ນ ມີ 12-20 ແກ່ນ, ມີເຍື້ອຫຸ້ມແກ່ນນ້ອຍໆເປັນແສກເລິກປົກຫູ້ມຢູ່ທາງດ້ານລູ່ມ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ມີໜ້ອຍຢູ່ປ່າດົງດິບ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ້ຽນມາ, ທາງຕາເວັນອອກສ່ຽງເໜືອຂອງປະເທດອິນເດັຍ, ທິດໃຕ້ຂອງປະເທດຈີນ, ປະເທດໄທ, ອິນໂດຈີນ ແລະ ປະເທດລາວ.

ຕົວຢ່າງທີ່ໄດ້ສຶກສາ :
BT 535 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore du Cambodge, du Laos et du Viêtnam. 1962. Vol. 2. Muséum national d'histoire naturelle, Paris, France.
Flore Générale de l’Indochine. 1908-1916. Vol.2, Fasc. 1. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.

Top of the page