Dipterocarpus obtusifolius Teijsm. ex Miq. - DIPTEROCARPACEAE

ຊ່ືພ້ອງ : Dipterocarpus vestitus Wall. ex Dyer
Dipterocarpus punctulatus Pierre

ຊ່ືພື້ນເມືອງເປັນພາສາລາວ : ໄມ້ຊາດ Mai sad

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ເປືອກໄມ້ແຕກເລິກ, ແຄມໃບເປັນຄື້ນໆ ຍ້ອນການພັບຂອງໃບ, ໝາກມີປີກ, ປີກຍາວ 2 ປີກ ແລະ ປີກສັ້ນ 3 ປີກ.
ປະເພດພືດ : ເປັນໄມ້ຢືນຕົ້ນປ່ຽນໃບ ສູງເຖິງ 30 ແມັດ, ງ່າຕັ້ງ ຫຼື ຕາກອອກຕາມລວງນອນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊ່ື. ເປືອກໄມ້ສີຂີ້ເຖົ່າຊ້ຳໆ, ມີຮອຍແຕກເລິກ.
ງ່າ ແລະ ກິ່ງນ້ອຍ : ກິ່ງ ແລະ ງ່າເປັນລ່ຽມ ຫຼື ກົມ, ມີຂົນແຂງຍາວຫຸ້ມຢ່າງດົກໜາ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວທີ່ລະບາຍອອກ ບັນຈຸທາດນ້ຳມັນ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ເວລາແຫ້ງໃບອອກສີນ້ຳຕານໃໝ້, ໃບຮູບໄຂ່ກວ້າງ, ປາຍໃບປູ້ ຫຼື ມົນ, ໂຄນໃບມົນ ຫຼື ມີຮູບຫົວໃຈ, ແຄມໃບລຽບ, ເປັນຄື້ນໆ, ເວລາໃບຍັງອ່ອນ ຢູ່ດ້ານລຸ່ມ ມີຂົນດາວ ແຂງຫຸ້ມທົ່ວໆ, ເມ່ືອແກ່ແລ້ວ ໃບກ້ຽງ ບໍ່ມີຂົນ. ກ່າງກາງ ເປັນເສັ້ນດ່ຽວ ມີຮ່ອງຕາມລວງຍາວ, ກ່າງຂັ້ນສອງ ສະຫລຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມສະຫລຽງ . ມີຫູໃບ ຂະໜາດໃຫຍ່, ລົ່ນໄວ ທັງປະຮອຍເປັນວົງຕາມກິ່ງ.
ຊໍ່ດອກ / ດອກ : ດອກ ຈັດເປັນຊໍ່ດອກ, ອອກທາງຂ້າງງ່າ, ດອກມີເພດຮ່ວມ, ກ້ານດອກຍາວກວ່າ 0.5 ຊມ.
ໝາກ : ໝາກເປືອກແຂງໄຂບໍ່ໄດ້ມີປີກ, ຂະໜາດ2.5 – 3.5 ຊມ, ຮູບກົມ, ມີ 5 ປີກ, ຍາວ 2 ປີກ ແລະ ປີກສັ້ນ 3 ,ເວລາ ແກ່ແລ້ວ ກ້ຽງບໍ່ມີຂົນ.
ແກ່ນ : ແກ່ນມີ 1 ເມັດ .

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເປັນຊະນິດພືດ ທີ່ມີຈຳນວນສູງກວ່າໝູ່ ໃນປ່າໂຄກມີພືດຕະກຸນໄມ້ຍາງ, ມີຄວາມທົນທານ ຕໍ່ກັບສະພາບໄຟໃໝ້ປ່າ ພົບຢູ່ທີ່ສູງເຖິງ 1200 ມ.

ເຂດແຜ່ກະຈາຍພັນ :

ພົບຢູ່ ປະເທດ ມ່ຽນມ້າ, ກຳພູຊາ, ອິນເດັຍ (ອັນດາມັນ), ໄທ, ຫວຽດນາມ ແລະ ລາວ (ແຂວງອັດຕະປື ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ຖືກນຳໃຊ້ ເຂົ້າໃນການກໍ່ສ້າງທົ່ວໄປ, ນ້ຳມັນບໍ່ມີສຄຸນນະພາບ ດີ.

ຕົວຢ່າງທີ່ໄດ້ສຶກສາ :
BT 8, BT 247, BT 702, LAO 259, LAO 290, LAO 945 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page