Dipterocarpus costatus Gaertn.f. - DIPTEROCARPACEAE

ຊ່ືພ້ອງ : Dipterocarpus artocarpifolius Pierre
Dipterocarpus parvifolius Hiern.

ຊ່ືພື້ນເມືອງເປັນພາສາລາວ : ຍາງແດງ Nhang deang

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຮອຍແຕກ ແລະ ແຕກເປັນເກັດໆ, ມີນ້ຳຢາງເປັນທາດນ້ຳມັນ. ດ້ານລຸ່ມຂອງໃບ ມີຂົນຮູບດາວ ປົກຫຸ້ມ. ຫູໃບເປັນກາບໂອບ ປະຮອຍໃບເປັນວົງ. ໝາກແມ່ນ ໝາກມີເປືອກແຂງໄຂບໍ່ໄດ້ມີປີກ.
ປະເພດພືດ : ເປັນໄມ້ຢືນຕົ້ນ ໃບລົ່ນຕາມລະດູການໄລຍະສັ້ນໆ, ຕົ້ນສູງເຖິງ 40 ແມດ
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່, ເປືອກໜາ, ມີສີນ້ຳຕານຈືດ, ເປືອກລອກອອກເປັນແຜນບາງມົນໆ ໂດຍປະຮອຍເປັນໂຄ້ງໆໄວ້.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ມີຂົນຫູ້ມດົກໜາ ແລະ ແມ່ນຂົນຮູບດາວ.
ທາດແຫຼວທີ່ລະບາຍອອກ : ທາດແຫຼວລະບາຍອອກເປັນທາດນ້ຳມັນ.
ໃບ : ໃບດ່ຽວ, ຈັບສະລັບ ແລະ ກ້ຽວວຽນ, ມີຂົນຮູບດາວ, ໃບຮູບໄຂ່, ປາຍໃບສ້ວຍແຫຼມ, ກົກໃບມົນເລັກນ້ອຍ ຫາເປັນຮູບຫົວໃຈ, ແຄມໃບລຽບ. ກ່າງຂັ້ນໜຶ່ງເປັນເສັ້ນດ່ຽວ ກ່າງໃບຂັ້ນສອງສະຫຼຽງໃຫ້ກ່າງກາງ, ກ່າງຂັ້ນສາມສະຫຼຽງ. ມີຫູໃບໃຫຍ່ ແລະ ເມ່ືອລົ່ນ ປະຮອຍເປັນວົງ.
ຊໍ່ດອກ / ດອກ : ດອກມີ 3 ຫາ 6 ດອກ ຈັດລຽງຕາມຊໍ່ດອກ ທີ່ອອກດ້ານຂ້າງ, ດອກມີສອງເພດ, ກ້ານດອກຍ່ອຍຍາວຫຼາຍກວ່າ 0.5 ຊມ.
ໝາກ : ໝາກເປືອກແຂງໄຂບໍ່ໄດ້, ມີເສັ້ນຜ່າກາງຍາວເຖິງ 12 ຊມ, ມີປີກຍາວ 2 ປີກ ແລະ ປີກສັ້ນ 3 ປີກ, ໝາກແຕກເອງບໍ່ໄດ້, ປືອກມີໂນນ 5 ໂນນ.
ແກ່ນ : ມີ 1 ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບຢູ່ເປັນກຸ່ມ ແລະ ບາງຄັ້ງເປັນກຸ່ມເດັ່ນຂອງເຣືອນຍອດ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ປະເທດບັງກາລາເທດ, ມ່ຽນມ້າ, ກຳບູຊາ, ອິນເດັຍ (ເຂດອັນດາມັນ), ມາເລເຊັຍ (ແຫຼມມາເລ), ຫວຽດນາມ, ລາວ (ແຂວງບໍລິຄຳໄຊ ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ຖ່ອນໃຊ້​ໃນ​ການກໍ່ສ້າງທົ່ວໄປ,ທາດນ້ຳມັນມີລາຄາສູງ ໃຊ້ເຂົ້າໃນໂຮງງານນ້ຳສີ.

ຕົວຢ່າງທີ່ໄດ້ສຶກສາ :
BT 911, LAO 249 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page