Diospyros ferrea (Willd.) Bakh. - EBENACEAE

ຊ່ືພື້ນຖານ : Ehretia ferrea Willd.

ຊ່ືພ້ອງ : Pisonia buxifolia Rottb.
Maba buxifolia (Rottb.) Juss.
Diospyros ferrea (Willd.) Bakh. var. buxifolia (Rottb.) Bakh

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນ ເປືອກລຳຕົ້ນສີດຳ, ບໍ່ມີນ້ຳຢາງ. ເສັ້ນກ່າງໃບໂຄ້ງ ແລະ ຈອດກັນຢູ່ຂອບໃບຈະແຈ້ງ, ສັງເກດເຫັນຢູ່ນຳໃບແກ່ ເທົ່ານັ້ນ. ດອກມີເພດແຍກຕ່າງຕົ້ນ. ກາບດອກມີ 3 ກາບ ອອກ ສີຂຽວ ກາບທົນນານຢູ່ນຳໝາກ.
ປະເພດພືດ : ເປັນໄມ້ຟຸ່ມ ຫລື ໄມ້ຢືນຕົ້ນ ຂະໜາດນ້ອຍ, ໃບຂຽວຕະລອດປີ, ສູງເຖິງ 12 ມ. ງ່າ ຕັ້ງຊັນຂື້ນ ທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກເປັນເກັດໆ , ມີສີອອກດຳ, ມີຊ່ອງອາກາດ.
ງ່າ ແລະ ກິ່ງນ້ອຍ : ງ່ານ້ອຍ ແລະ ກິ່ງ ບໍ່ມີໝາມ, ຮູບທໍ່ກົມ, ກ້ຽງບໍ່ມີຂົນ, ເມື່ອຍັງອ່ອນ ມີຂົນອ່ອນປົກຄຸມເລັກນ້ອຍ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບດ່ຽວ, ຈັບສະຫລັບ ພາຍໃນແຜ່ນພຽງດຽວ, ຂະໜາດ 3-11 X 1.5 -7 ຊມ., ຮູບຂອບຂະໜານ, ຫຼື ຮູບສ້ວຍ ຫຼື ຮູບໄຂ່ປີ້ນ, ປາຍໃບສ້ວຍແຫຼມ, ຖານໃບຮຽວແຫຼມ ຫຼື ມົນເລັກນ້ອຍ, ຂອບໃບລຽບ, ແຜ່ນໃບຫຍາບຄືແຜ່ນໜັງ, ທັງສອງດ້ານ ກ້ຽງ ບໍ່ມີຂົນ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງ ຂັ້ນໜຶ່ງ ມີເສັ້ນດຽວ, ກ່າງຂັ້ນສອງ ສະຫຼຽງ ໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງ ຂັ້ນສາມສະຫຼຽ . ກ້ານໃບມີຂົນອ່ອນ ປົກຄຸມ ແລະ ເມື່ອແກ່ແລ້ວ ມີຂົນຫ່າງໆ. ບໍ່ມີ ຫູໃບ.
ຊໍ່ດອກ / ດອກ : ດອກມີເພດແຍກຕ່າງຕົ້ນ, ດອກຜູ້ ຈັດເປັນຊໍ່ແບບກະຈຸກ, ບໍ່ມີກ້ານ ດອກ ຫຼື ເກືອບມີກ້ານ. ດອກເພດແມ່ເປັນດອກດ່ຽວ, ຫາຍາກທີ່ຈະ ໂຮມເປັນຊໍ່ກະຈຸກ. ກ້ານດອກສັ້ນກວ່າ 0.5 ຊມ.
ໝາກ : ໝາກຄ້າຍໝາກເນື້ອ, ຮຸບສ້ວຍ ຫາຮູບກົມ, ມີຂະໜາດ 1-1.5 X 0.5-1 ຊມ, ໝາກອອ່ນມີສີຂຽວ, ແຂງຄືເນື້ອໄມ້ ແລະ ກ້ຽງບໍ່ມີຂົນ ເວລາແກ່ແລ້ວ, ກາບດອກ 3 ກາບ ທົນນານຢູ່ກັບໝາກ.
ແກ່ນ : ແກ່ນ ມີ 1 ຫາ 3 ເມັດ, ຫາຍາກທີ່ມີ ຮອດ 6 ເມັດ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ເກີດໃນປ່າດົງດິບ ຢູ່ເຂດຕ່ຳ. ລະດູອອກດອກ: ແຕ່ເດືອນມັງກອນ ຫາ ເດືອນເມີນາ; ອອກໝາກ ແຕ່ເດືອນມີນາ ຫາ ເດືອນພຶດສະພາ.

ເຂດແຜ່ກະຈາຍພັນ :

ພົບເຫັນຢູ່ປະເທດ ມ່ຽນມ້າ, ກຳພູຊາ, ອິນເດັຍ, ແຫຼມມາເລເຊັຍ, ອິນໂດເນເຊັຍ, ຟີລິບປິນ, ສີລັງກາ (ແມ່ແບບ), ໄທ, ແລະ ລາວ (ແຂວງຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ໄມ້ໃຊ້ເຂົ້າໃນການເຮັດເຄ່ືງໃຊ້ໃນຫ້ອງການ ແລະ ໃນເຮືອນ.

ຕົວຢ່າງທີ່ໄດ້ສຶກສາ :
BT 204 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.
Phengklai C. 1981. Flora of Thailand. Vol. 2, part 4. The Forest Herbarium, Royal Forest Department, Bangkok, Thailand.
Tree Flora of Malaya, 1978. A manual for Foresters, Vol. 3. Forest Department, West Malaysia. Multiprint Services.

Top of the page