Dillenia scabrella Roxb. - DILLENIACEAE

ຊ່ືພື້ນຖານ : Colbertia scabrella D.Don

ຊ່ືພື້ນເມືອງເປັນພາສາລາວ : ໝາກ​ສ້າ​ນ Mak sane

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ ເປືກແຕກເປັນເກັດໆ, ມີສຽງດັງອອກ ເວລາຖືກຕັດ. ໃບມີກ່າງຂັ້ນສອງຂະໜານກັນ ເຫັນເດັ່ນຊັດ ຢູ່ດ້ານລຸ່ມ. ດອກ ອອກສີເຫຼືອງ ດອກໃຫ່ຍ ເຫັນຊັດຫຼາຍ, ຈັດ ກັນເປັນຈຸ້ມຢູ່ຕາມງ່າເກົ່າ ແລະ ງ່າສັ້ນໆ, ກ້ານດອກຍ່ອຍຍາວ ມີໃບຊ້ອນດອກ, ເກສອນຜູ້ມີສອງແບບ, ເກສອນວົງໃນ ຍາວ ແລະ ໂຄ້ງລົງ ປົກຄຸມເອົາກຸ່ມເກສອນທີ່ສັ້ນ ກວ່າ. ໝາກເປັນຮູບ ກົມ ມີກາບດອກອວບນ້ຳຈັບອອ້ມຮອບ.
ປະເພດພືດ : ເປັນໄມ້ຢືນຕົ້ນ ຜັດປ່ຽນໃບ ສູງເຖິງ 25 ແມັດ. ງ່າ ຕັ້ງຊັນຂຶ້ນທຽບໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກເປັນເກັດໆ, ສີຂີ້ເຖົ່າ ຫຼື ສີນ້ຳຕານ ອົມສີຂີ້ເຖົ່າ ຫຼື ສີນ້ຳຕານອ່ອນ ຫຼື ສີເຫຼືອງຈືດໆ, ເປືອກໃນອອກສີແດງປົນສີສົ້ມ. ເນື້ອໄມ້ອອກສີຄີມອ່ອນໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າ ເປັນທໍ່ກົມ, ມີຊ່ອງອາກາດ, ກິ່ງງ່າ ອ່ອນມີຂົນອ່ອນໆ, ເມື່ອເວລາແກ່ ກ້ຽງ ບໍ່ມີຂົນ ມີຮອຍແປ້ວຈັບຂອງໃບເປັນຮູບສາມລ່ຽມ ຢາຍຢູ່ຕາມກິ່ງງ່າ.
ທາດແຫຼວທີ່ລະບາຍອອກ : ບໍ່​ມີ​ທາດ​ແຫຼວ​ລະບາຍ​ອອກ.
ໃບ : ໃບ ດ່ຽວ ຈັບສະຫຼັບ ແລະ ກ້ຽວວຽນ, ຂະໜາດ 30 - 40 x 15 - 20 ຊມ, ເປັນຮູບຂອບຂະໜານຫາຮູບສ້ວຍ, ປາຍໃບ ແລະ ກົກໃບສ້ວຍແຫຼມ ຫາ ສ້ວຍມຸມເຫວີ, ຂອບ ໃບເປັນແສກແຂ້ວເລື່ອຍ ຫຼື ເປັນ ຄື້ນ, ມີຂົນຝອຍໆ ເລັກນ້ອຍ, ພ້ອມມີຕິ່ງແຫຼມແຂງຢູ່ປາຍ ຂອງກ່າງໃບຂັ້ນສອງ, ແຜ່ນໃບ ໜຽວຄືແຜ່ນໜັງ, ດ້ານເທິງມີຂົນແຈກຢາຍ ດົກໜາ ຕໍ່ມາມີຂົນຫ່າງໆ, ດ້ານລຸ່ມ ມີຂົນອ່ອນໆ. ກ່າງກາງບ ດ້ານເທິງໃຫ່ຍ, ກ່າງໃບ ຂັ້ນໜຶ່ງ ເສັ້ນດຽວ, ກ່າງໃບຍ່ອຍແບບຕານ່າງ ຫຼື ແບຝາມື, ກ່າງໃບ ຂັ້ນສອງສລຽງເຂົ້າ ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງໃຫຍ່ເປັນກ່າງດ່ຽວ, ແບບຂົນນົກ, ກ່າງຂັ້ນ ສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງ ຂັ້ນສາມ ຈັດແບບແບບ ດາງແຫ ລະອຽດ. ກ້ານໃບຍາວ, ແຄມມີຂົນບົ່ວ ແຈກຢາຍຢູ່ໂຄນ, ເມື່ອເວລາ ກ້ານແກ່ ມີຂົນແຈກຢາຍແບບຫ່າງໆ, ກ້ານປັນຮ່ອງຕາມລວງຍາວ ແລະ ໂຄນ ຂອງແຜ່ນໃບຫຸ້ມເອົາກິ່ງເຄິ່ງໜຶ່ງ. ມີຫູໃບ, ຕົກລົ່ນໄວ.
ຊໍ່ດອກ / ດອກ : ເວລາຍັງຈູມ ດອກອອກສີແດງອົມສີມ່ວງ ແກມສີອອກຂຽວ, ເວລາບານ ດອກອອກສີເຫຼືອງ ດອກໃຫຍ່ເຫັນງ່າຍ, ອອກເປັນຈຸ້ມ ຢູ່ ຕາມກິ່ງເກົ່າ ແລະ ສັ້ນຫຼາຍ, ກ້ານດອກຍ່ອຍ ຍາວ ມີໃບຊ້ອນດອກ ຮູບສາມລ່ຽມ .
ໝາກ : ໝາກ ຄ້າຍໝາກເນື້ອ, ຮູບປຸ້ມມົນ, ເສັ້ນຜ່າກາງຍາວ ປະມານ 1 ຊມ, ວົງຂອງກາບດອກອວບນ້ຳ ຢູ່ທົນນານ.
ແກ່ນ : ມີຫຼາຍ ແກ່ນ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບໃນປ່າປະສົມປ່ຽນໃບ ຫາປ່າດົງດິບເຂດເນີນພູ, ບ່ອນທີ່ມີລະດັບ ຄວາມສູງ ແຕ່ 500 ເຖິງ 1200 ແມັດ. ລະດູອອກດອກ ແມ່ນ ແຕ່ເດືອນ ກຸມພາ ຫາເດືອນມີນາ, ອອກໝາກ ແຕ່ເດືອນເມສາເປັນຕົ້ນໄປ.

ເຂດແຜ່ກະຈາຍພັນ :

ເກີດຢູ່ປະເທດ ມ່ຽນມ້າ, ກຳພູຊາ, ອິນເດັຍ (ແມ່ແບບ), ເນປານ, ໄທ (ພາກເໜືອ), ຫວຽດນາມ ແລະ ລາວ (ແຂວງ ບໍ່ແກ້ວ, ບໍລິຄຳໄຊ, ຄຳມ່ວນ ແລະ ຫຼວງນ້ຳທາ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປັນໄມ້ທີ່ບໍ່ມີຄຸນນະພາບ ແລະ ມີການນຳໃຊ້ບໍ່ຫຼາຍ ແຕ່ໃຊ້ເປັນພືດປະດັບ ໄດ້ດີ. ໝາກມີຣົດສົ້ມ ແລະ ກິນໄດ້.

ຕົວຢ່າງທີ່ໄດ້ສຶກສາ :
BT 306, BT 421 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Busban Na Songkhla & Chirayuphin Chandraprasong. 2001. Dillenia scabrella (D.Don) Wall., Dilleniaceae, a new record for Thailand. Thai Forest Bulletin (Botany) 29.
Flore Générale de l’Indochine. 1907. Vol.1, Fasc. 1. Muséum National d'Histoire Naturelle, Laboratoire de Phanérogamie, Paris, France.

Top of the page