Dalbergia cochinchinensis Pierre - PAPILIONACEAE

ຊ່ືພ້ອງ : Dalbergia cambodiana Pierre

ຊ່ືພື້ນເມືອງເປັນພາສາລາວ : ຕົ້ນຂະ​ຍູງ Ton Kha nhoung

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ເນື້ອໄມ້ສີແດງອອກດຳ. ໃບປະສົມປາຍຄີກ, ກ້ານໃບໄຄ່ທ່ີໂຄນ, ໃບຍ່ອຍກ້ຽງບໍ່ມີຂົນ, ດ້ານລຸ່ມເປັສີຂຽວແກມນ້ຳເງິນ. ຊໍ່ດອກ ຈັບຢູ່ປາຍຍອດ ຫຼື ຈັບຢູ່ກາງກິ່ງເກືອບຍອດ, ດອກຮູບດອກຖົ່ວ ສີຂາວ. ໝາກເປັນຝັກ ຮູບແຂບ, ແປ, ກ້ານຍາວ, ບໍ່ແຕກອອກເວລາສຸກ.
ປະເພດພືດ : ໄມ້ຢືນຕົ້ນຂະໜາດໃຫຍ່ ໃບລົ່ນຕາມລະດູການ, ສູງເຖິງ 30 ແມັດ, ເສັ້ນຜ່າກາງ 60-80 ຊມ. ງ່າຕັ້ງຊັນຂຶ້ນ ທຽບ​ໃສ່ລຳຕົ້ນ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່. ເປືອກລຽບ, ເປັນເສັ້ນໄຍ, ​ເປັນ​ເກັດໆ​ເວລາ​ແກ່​ໄປ​ນຳ, ສີນ້ຳຕານ ເຖິງສີ ນ້ຳຕານ ​ແກມ​ສີ​ຂີ້ເຖົ່າ, ຊົງພຸ່ມໜາແໜ້ນ. ເນື້ອໄມ້ແຂງ, ສີແດງອອກດຳ, ຕໍ່ມາເວລາ ແກ່ເປັນສີອອກດຳ.
ງ່າ ແລະ ກິ່ງນ້ອຍ : ກິ່ງ​ງ່າ​ຮູບ​ທໍ່​ກົມ, ກ້ຽງ ບໍ່​ມີ​ຂົນ, ສີ​ນ້ຳຕານ​ອ່ອນ, ມີ​ຮອຍ​ແຕກຊ່ອງ​ອາກາດແໜ້ນໜາ.
ທາດແຫຼວທີ່ລະບາຍອອກ : ບໍ໋​ມີ​ທາດ​ແຫຼວ​ໄຫຼ​ອອກ.
ໃບ : ໃບ​ປະສົມ, ຂົນ​ນົກ​ປາຍ​ຄີກ, ຈັບ​ແບບ​ສະຫຼັບ, ​ໂຄນ​ກ້ານ​ໃບ​ໄຄ່, ກ້ານ​ກາງ​ຍາວ 13-25 ຊມ, ມີ​ໃບ​ຍ່ອຍ 7-9 ​ໃບ. ​ໃບ​ຍ່ອຍ​ຮູບ​ໄຂ່, 3.5-8 x 2-4 ຊມ, ປາຍ​ສ້ວຍແຫຼມ, ​ໂຄນ​ໃບ​ມົນ, ຂອບ​ໃບ​ລຽບ, ​ແຜ່ນ​ໃບ​ຄ້າຍຄື​ໜັງ, ດ້ານ​ລຸ່ມ​ໃບ​ ມີສີຂຽວ​ແກມ​ນ້ຳ​ເງິນ, ທັງ​ສອງ​ດ້ານ​ຂອງ​ໃບ​ກ້ຽງ ບໍ່​ມີ​ຂົນ, ​ເມື່ອ​ແຫ້ງ​ເປັນສີ​ນ້ຳຕານ​ອ່ອນ ຫຼື​ ສີ ນ້ຳຕານ ​ແກມສີ​ອອກແດງ​. ກ່າງ​ກາງ​ຢູ່​ດ້ານ​ເທິ່ງ​ເປັນ​ຮ່ອງ​ຕາມ​ລວງ​ຍາ​ວເລັກ​ນ້ອຍ, ດ້ານ​ລຸ່ມ​ໃຫຍ່ ​ເຫັນ​ຊັດ, ກ່າງ​ຂັ້ນ​ສອງ​ສະຫຼຽງ​​ໃຫ້​ກ່າງ​ກາງ, ​ຂະໜານ​ກັນ​ຖີ່ໆ ​ແລະ ​ໂຄ້ງ​ລຽບ​ແຄມ​ໃບ, ກ່າງ​ຂັ້ນ​ສາມ​ເປັນ​ດ່າງ​ແຫລະ​ອຽດ. ກ້ານ​ໃບ​ຍ່ອຍເປັນ​ຮ່ອງ​ຕາມ​ທາງ​ຍາວ, ກ້ຽງ ບໍ່​ມີ​ຂົນ. ມີ​ຫູ​ໃບ, ຫຼົ່ນ​ໄວ.
ຊໍ່ດອກ / ດອກ : ດອກອອກ​ເປັນ​ຊໍ່​ແບບ​ແຕກ​ແໜງຢູ່​ປາຍ​ຍອດ ຫຼື ​ຢູ່ກາງ​ກິ່ງ, ຍາວ 10-20 ຊມ, ດອກ​ສີຂາວ, ມີ​ກິ່ນ​ຫອມ, ກ້ານ​ດອກຍ່ອຍ​ຍາວ 1 ມມ.
ໝາກ : ໝາກ​ເປັນ​ຝັກ, ຮູບ​ແຂບ, ​ແປ, ຂະໜາດ 4.5-7.5 x 0.8-12 ຊມ, ສີ​ນ້ຳຕານ, ກ້ຽງ ບໍ່​ມີ​ຂົນ, ​ເປືອກ​ບາງ, ກ້ານຍາວ 1-1.2 ຊມ ຢູ່​ປາຍ​ສຸດ​ມີ​ຈະ​ງອຍ​ສັ້ນໆ.
ແກ່ນ : ແກ່ນ​ມີ 2-4, ຮູບ​ໝາກ​ໄຂ່ຫຼັງ, ສີ​ນ້ຳຕ​ານ ແກມ​ສີ​ອອກ​ແດງ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບ​ໃບ​ປ່າ​ປະສົມ​ປ່ຽນ​ໃບ, ໃນປ່າ​ແປກ​ປະສົມ ທີ່​ຄົງ​ເຫຼືອ​ຢູ່ ຊຶ່ງມີ ​ໄມ້​ແປກ​ສອງ​ໃບ, ສະກຸນ​ໄມ້ຍາງ, ຕະກຸນ ກໍ່ ​ແລະ ຕະກຸນ​ ສີ​ໄຄ​ຕົ້ນ ບ່ອນ​ທີ່​ມີ​ຄວາມ​ສູງ​​ແຕ່100 ​ແມັດ ຂຶ້ນ​ໄປ. ລະດູ​ອອກດອກ: ​ເດືອນ​ມີນາ ​ເຖິງ ​ເດືອນ ສິງຫາ; ​ເວລາ​ຈັບ​ເປັນ​ໝາກ: ​ເດືອນ​ຕຸລາ ​ເ

ເຂດແຜ່ກະຈາຍພັນ :

ເກີດ​ຢູ່​ໃນ​ປະ​ເທດກຳ​ພູ​ຊາ, ​ໄທ, ຫວຽດນາມ ​ແລະ ລາວ (​ແຂວງ​ຄຳ​ມ່ວນ, ຫຼວງ​ພະ​ບາງ, ສະຫັວນນະ​ເຂດ)

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເນື້ອ​ໄມ້​ນຳ​ໃຊ້​ປຸກ​ສ້າງ​ເຮືອນ ​ແລະ​ເຮ​ັດ​ໂຟນີ​ເຈີ​ທີ່ ລາຄາ​ແພງ.

ຕົວຢ່າງທີ່ໄດ້ສຶກສາ :
BT 643 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Flore Générale de l’Indochine. 1916-1920. Vol.2, Fasc. (4-6). Muséum National d'Histoire Naturelle, Laboratoire de Phanérogamie, Paris, France.
Niyomdam C., Pham Hoang Ho, Dyphon P. & Vidal J.E. 1997. Leguminosae- Papilionoideae- Dalbergieae. Flore du Cambodge, du Laos et du Viêtnam, No 29. Muséum National d'Histoire Naturelle, Paris, France.

Top of the page