Dacrycarpus imbricatus (Blume) de Laub. - PODOCARPACEAE

ຊ່ືພື້ນຖານ : Podocarpus imbricatus Blume

ຊ່ືພ້ອງ : Podocarpus imbricatus Blume

ຊ່ືພື້ນເມືອງເປັນພາສາລາວ : ຮິ້ງ Hing

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ນອນໃນພືດພວກແປກ ມີນ້ຳຢາງເປັນທານນ້ຳມັນ. ໃບບໍ່ເປັນ ຮູບດຽວກັນພາຍໃນຕົ້ນດຽວ: ຕົ້ນອ່ອນມີໃບຮູບແຂບ ແລະ ຄືຮູບ ເຂັມ, ຕົ້ນແກ່ມີໃບເປັນເກັດໆ. ແກ່ນເປັນຮູບໄຂ່ ມີຄ້າຍນວນ ສີແດງ.
ປະເພດພືດ : ເປັນໄມ້ຢືນຕົ້ນຂະໜາດໃຫຍ່ ໃບຂຽວຕະລອດປີ ສູງເຖິງ 12 ແມັດ, ເສັນຜ່າລຳຕົ້ນຍາວປະມານ 30 ຊັງຕີແມັດ. ລຳຕົ້ນດ່ຽວ ຕັ້ງຊື່.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຕັ້ງຊື່, ສູງເຖິງ 20 ຫາ 25 ມ. ມີຮອຍແຕກ, ປົກກະຕີ ບໍ່ມີງ່ານ້ອຍ, ເປືອກນອກລຽບ ຫາ ມີເກັດໆ, ຊາມື, ອອກສີນ້ຳຕານ, ເປືອກໃນ ສີແດງອ່ອນ ແລະ ມີນ້ຳຢາງສີນ້ຳຕານ; ມອກໄມ້ສີຄີມ.
ງ່າ ແລະ ກິ່ງນ້ອຍ : ງ່າຊີ້ໄປທຸກທິດ, ງ່າທີ່ຢູ່ຕ່ຳ ຢ່ອນລົງລຸ່ມ. ງ່າເຕ່ືອຍລົງ. ງ່າທີ່ມີໝາກ ເປັນສີ່ລ່ຽມເລັກນ້ອຍ.
ທາດແຫຼວທີ່ລະບາຍອອກ : ມີນ້ຳຢາງບັນຈຸທາກນ້ຳມັນ, ສີສົ້ມແກມສີອອກແດງ, ມີກິ່ນຫອມ.
ໃບ : ໃບ ດ່ຽວ ຈັບສະຫຼັບ. ມີສອງຮູບ: ຢູ່ຕາມກິ່ງງ່າອ່ອນເປັນໃບແບບຂົນນົກ, ຮູບແຂບ ແລະ ຄ້າຍຄືເຂັມ , ຂະຫນາດ 1-2 x 0.1 ຊມ. ມີຕ່ອມທັງສອງດ້ານ, ແຜ່ນໃບກ້ຽງ ບໍ່ມີຂົນ, ຂອບໃບລຽບ, ປາຍໃບສ້ວຍແຫລມ, ກົກໃບສ້ວຍແຫລມ. ສຳລັບກິ່ງງ່າແກ່ແລ້ວ ຫລື ກິ່ງງ່າທີ່ມີໂກນຫມາກ ເປັນໃບຂະຫນາດນ້ອຍ ແລະ ຄ້າຍເກັດ ຍາວປະມານ 2 - 3 ມມ. ອອກສະຫລັບ ຫລື ອອກເປັນວົງ.
ຊໍ່ດອກ / ດອກ : ໂກນດອກແມ່ສີແດງ, ລຽບ, ຮູບໄຂ່, ອອກດ່ຽວ ຫລືອອກເປັນຄູ່ ຈັບ ຢູ່ປາຍກິ່ງ, ແຕ່ມີພຽງດອກດຽວທີ່ສົມບູນເພດ. ໂກນດອກຜູ້ ອອກ ຢູ່ຂ້າງກິ່ງ ຍາວປະມານ 1 ຊມ.
ໝາກ : ໂກນໝາກ ມີສີຂຽວເວລາຍັງອ່ອນ.
ແກ່ນ : ເມັດເປັນຮູບໄຂ່ ເສັ້ນຜ່າກາງປະມານ 0.5 ຊມ., ມີສີແດງ ເວລາແກ່.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບເຫັນໃນປ່າດົງດິບຕຶບ ແລະ ປ່າໂຄກ ຊຸດໂຊມ ທີ່ມີພືດໄມ້ກໍ່ ຢູ່ລະດັບຄວາມສູງ ແຕ່ 500 ຫາ 700 ມ,ພົບເປັນກຸ່ມ 2 ຫາ 3 ຕົ້ນຢູ່ນຳກັນ .

ເຂດແຜ່ກະຈາຍພັນ :

ພົບໃນປະເທດຈີນພາກໃຕ້, ມ່ຽນມ້າທົ່ວເຂດເອເຊັຍຕະເວັນອອກສ່ຽງໃຕ້ ແລະ ແຕ່ເຂດປາຊີຟິກ ເຖິງເກາະຟີຊີ, ຫວຽດນາມ ແລະ ລາວ.

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ມີການນຳໃຊ້ໄມ້ໃນການປູກສ້າງ, ເຮັດເຄ່ືອງໂຟນີເຈີ ແລະ ເຮັດຟືນ., ນ້ຳຢາງຂາຍເປັເສິນຄ້າ. ຢູ່ບາງເຂດ ມີການປູກເພື່ອເປັນໄມ້ປະດັບ.

ຕົວຢ່າງທີ່ໄດ້ສຶກສາ :
BT 352 and BT 547 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Dung, Vu Van. 1996. Vietnam Forest Trees. Agriculture Publishing House, Hanoi, Vietnam.
Nguyen Tien Hiep, Pan Ke Loc, Nguyen Duc To Luu, P.I. Thomas, A. Farjon, L. Averyanov & J. Regalado Jr. 2004. Vietnam Conifers: Conservation Status Review 2004. Fauna & Flora International, Vietnam Programme, Hanoi.

Top of the page