Crateva magna (Lour.) DC. - CAPPARACEAE

ຊ່ືພື້ນຖານ : Capparis magna Lour.

ຊ່ືພ້ອງ : Capparis nurvala Buch.-Ham.

ຊ່ືພື້ນເມືອງເປັນພາສາລາວ : ຜັກກຸ່ມ Phak koum

English   Lao   

ລັກສະນະພືດສາດ ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ ເຂດແຜ່ກະຈາຍພັນ

ລັກສະນະພືດສາດ :

ລັກສະນະເດັ່ນໆ ສຳລັບຊ່ວຍໃນການຈຳແນກຊະນິດໄດ້ : ໄມ້ຢືນຕົ້ນຜັດປ່ຽນໃບ, ເປືອກມີຊ່ອງອາກາດ. ໃບປະສົມ 3 ໃບຍ່ອຍ. ກ້ານກາງຂອງໃບ ຍາວ. ດອກອອກຢູ່ປາຍ, ກີບດອກ ສີຂາວແກມສີອອກບົວ, ຮວຍເກສອນຍາວກວ່າກີບດອກ, ຈັດ ເປັນ 3 ວົງ, ສີອດງຊ້ຳແກມສີມ່ວງ. ໝາກຄ້າຍໝາກເນື້ອ ມີແກ່ນຫຼາຍ, ກ້ານຍາວຢ່ອນລົງ.
ປະເພດພືດ : ເປັນໄມ້ຢືນຕົ້ນຜັດປ່ຽນໃບຕາມລະດູການ ໄລຍະສັ້ນໆ, ຕົ້ນສູງເຖິງ 22 ແມດ.
ລຳຕົ້ນ ແລະ ເປືອກ : ລຳຕົ້ນຊື່ ຫຼື ບິດ, ເປືອກມີສີຂີ່ເຖົ່າຈືດໆ ແລະ ມີຊ່ອງອາກາດ ກວ້າງໆ.
ງ່າ ແລະ ກິ່ງນ້ອຍ : ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.
ທາດແຫຼວທີ່ລະບາຍອອກ : ບໍ່ມີທາດແຫຼວລະບາຍອອກ.
ໃບ : ໃບປະສົມ ສາມບິ້ງ, ຈັບສະລັບ ແລະ ກ້ຽວວຽນ, ໃບກ້ຽງບໍ່ມີຂົນ, ບິ້ງໃບເປັນ ຮູບສ້ວຍ ຫາ ຮູບໃບຫອກ, ແຄມໃບລຽບ. ກ່າງກາງຮາບພຽງຢູ່ດ້ານເທິງ, ກ່າງ ກາງສະຫຼຽງມຸມເຫວີ, ກ່າງຂັ້ນສາມຈັດເປັນຕາໜ່າງ.
ບໍ່ມີຫູໃບ.
ຊໍ່ດອກ / ດອກ : ດອກມີຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກທີ່ປາຍສຸດ, ດອກມີສອງເພດ, ກ້ານດອກຍ່ອຍຍາວກວ່າ 0.5 ຊມ.
ໝາກ : ໝາກຄ້າຍໝາກເນື້ອ, ມີເສັ້ນຜ່າກາງຍາວເຖິງ 35 ຊມ, ເປືອກໜຽວຄືແຜ່ນໜັງ, ໝາກແຕກເອງບໍ່ໄດ້
ແກ່ນ : ມີແກ່ນຫຼາຍ.

ແຫຼ່ງທີ່ຢູ່ອາໄສ ແລະ ນິເວດ :

ພົບທົ່ວໄປ ເລາະຕາມແຄມແມ່ນ້ຳ.

ເຂດແຜ່ກະຈາຍພັນ :

ເກີດຢູ່ ປະເທດ ມ່ຽນມ້າ, ຈີນ ( ພາກໃຕ້), ອິນເດັຍ (ພາກຕາເວັນອອກສຽງເໜືອ), ອິນໂດຈີນ, ອິນໂດເນເຊັຍ (ຊູມາດຕຣາ, ຢາວາ, ບອກນ່ຽວ), ແຫຼມມາເລເຊັຍ, ໄທ, ລາວ (ແຂວງ ຈຳປາສັກ ແລະ ຄຳມ່ວນ).

ຂໍ້ສັງເກດອ່ືນໆ, ການນຳໃຊ້ :
ເປືອກລຳຕົ້ນ ແລະ ຮາກ ໃຊ້ເປັນຢາປົວພະຍາດຫຼາຍຊະນິດ ລວມທັງໃຊ້ເປັນຢາຄຸມກຳເນີດ, ຢາແກ້ໄຂ້ ແລະ ໃຊ້ເປັນຢາບຳລຸງກຳລັງ. ໃບອ່ອນນຳມາເຮັດຜັກ.

ຕົວຢ່າງທີ່ໄດ້ສຶກສາ :
BT 915, LAO 219, LAO 228 (Herbarium of Faculty of Sciences-NUoL, NHN-Leiden and CIRAD-Montpellier).

ເອກກະສານອ້າງອີງ :
Gardner S., Sidisunthorn P. & Anusarnsunthorn V. 2000. A field guide to Forest Trees of Northern Thailand. Kobfai Publishing Project. Bangkok. Thailand.

Top of the page